ມຽນມາເລັ່ງຜະລິດກະແສໄຟຟ້າເພີ່ມ 2 ເທົ່າໃນ 4 ປີ

ລັດຖະບານມຽນມາກຳລັງວາງແຜນຜະລິດກະແສໄຟຟ້າເພີ່ມເປັນ 2 ເທົ່າ ພາຍໃນປີ 2022 ດ້ວຍການສ້າງໂຮງງານຜະລິດທີ່ໃຊ້ເຊື້ອໄຟແກັສທຳມະຊາດ ເຊິ່ງເປັນແຜນການໃຫຍ່ເພື່ອແກ້ໄຂບັນຫາຂາດເຂີນພະລັງງານພາຍໃນປະເທດ.
ສຳນັກຂ່າວຣອຍເຕີລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ໃນວັນທີ 31 ມັງກອນຜ່ານມາວ່າ: ຄົນມຽນມາພຽງແຕ່ 1 ໃນ 3 ຂອງປະຊາກອນທົ່ວປະເທດ 60 ລ້ານຄົນ ທີ່ເຊື່ອມຕໍ່ກັບເຄືອຂ່າຍໄຟຟ້າ ແລະ ເມືອງຕ່າງໆ ປະສົບບັນຫາໄຟຟ້າມອດ, ມຽນມາຈຳເປັນຕ້ອງເພີ່ມປະລິມານພະລັງງານ ເພື່ອດຶງດູດການລົງທຶນຕ່າງປະເທດທີ່ຈຳເປັນ.
ທ່ານ ໂຊ ມາຍິນ ຮອງຫົວໜ້າກະຊວງການໄຟຟ້າ ແລະ ພະລັງງານມຽນມາ ເປີດເຜີຍໃນວັນທີ 31 ມັງກອນວ່າ: ຕາມແຜນຈະມີການສ້າງໂຮງງານຜະລິດກະແສໄຟຟ້າດ້ວຍເຊື້ອໄຟແກັສທຳມະຊາດ 4 ແຫ່ງ ໃນຫລາຍພື້ນທີ່ຂອງປະເທດ ພາຍໃນປີ 2022 ດ້ວຍຄ່າໃຊ້ຈ່າຍທັງໝົດ 5.160 ລ້ານໂດລາສະຫະລັດ. ໂຮງງານເຫລົ່ານີ້ຈະຜະລິດກະແສໄຟຟ້າໄດ້ 3.100 ເມກາວັດ ແລະ ຈະເພີ່ມກຳລັງການຜະລິດໃນປັດຈຸບັນເປັນ 2 ເທົ່າ ຈາກປະມານ 3.000 ເມກາວັດ.
ທ່ານ ຊໍ ວິນ ເນັງ ຮອງລັດຖະມົນຕີກະຊວງການໄຟຟ້າ ແລະ ພະລັງງານ ກ່າວວ່າ: ໂຮງງານ 2 ໃນ 4 ແຫ່ງຈະສ້າງໃນລັດຍະໄຂ່ ທາງພາກຕາເວັນຕົກ ແລະ ເມືອງຢາງກຸ້ງ ເມືອງໃຫຍ່ສຸດຂອງປະເທດ ແລະ ລັດຖະບານຈະຊື້ໄຟຟ້າຈາກ 6 ບໍລິສັດຄູ່ສັນຍາ ໂດຍລັດຖະບານກຳລັງເຈລະຈາກັບຫລາຍບໍລິສັດເອກະຊົນ ເພື່ອຮ່າງຂໍ້ຕົກລົງຈັດຊື້ພະລັງງານ.

