ປູກໄມ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ບໍ່ແມ່ນອ້າງຈຳນວນຕົ້ນ ແລະ ເນື້ອທີ່

ໂດຍ: ຜາຕຸງ

 “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານ ໃນວັນໜ້າ”  “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ” ແມ່ນຄຳຂວັນ ທີ່ກຳນົດອອກໃນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ນີ້,  ຊຶ່ງປີນີ້ ທົ່ວປະເທດມີແຜນຈະປູກຕົ້ນໄມ້ 997,000 ກວ່າເບ້ຍ ມີຄາດໝາຍປູກໄມ້ທັງໝົດ 37,200 ກວ່າເຮັກຕາ.

ຖ້າຫາກເຮົາເບິ່ງຕົວເລກແຜນການປູກໄມ້ທົ່ວປະເທດຕະຫຼອດໄລຍະ ລະດູຝົນປີນີ້ ທີ່ກຳນົດອອກມານັ້ນບໍ່ແມ່ນໜ້ອຍພໍປານໃດ ເພື່ອໃຫ້ສຳເລັດຕາມຄາດໝາຍນັ້ນ ມັນບໍ່ກໍໍແມ່ນເລື່ອງງ່າຍອີກເພາະມີຫຼາຍຢ່າງຫຼາຍເງື່ອນໄຂທັງໃນຕົວແລະນອກຕົວ ລວມທັງປັດໃຈການປູກເປັນຕົ້ນແມ່ນ ການກຳນົດເນື້ອທີ່ປູກ ເບ້ຍໄມ້ທີ່ຈະນຳໄປປູກໃຫ້ເໝາະສົມກັບສະພາບທີ່ດິນຂອງແຕ່ລະທ້ອງຖິ່ນ, ບຸກຄະລາກອນໃນການນຳພາຕິດຕາມ ລວມທັງຄວາມຕື່ນຕົວອັນແທ້ຈິງຂອງປະຊາຊົນແຕ່ລະທ້ອງຖິ່ນບັນຫາ ງົບປະມານຕອບສະໜອງໃນການປູກ ເບິ່ງລວມແລ້ວຄົງຈະບໍ່ເປັນບັນຫາ.

ເຮົາລອງມາຕັ້ງຂໍ້ສັງເກດນຳກັນລອງເບິ່ງ ເພື່ອເປັນການແລກປ່ຽນຄຳຄິດເຫັນຮ່ວມກັນເນາະວ່າຊິເປັນແນວໃດ? ອັນທຳອິດ ແມ່ນງົບປະມານທີ່ນຳໃຊ້ເຂົ້າໃນວຽກງານນີ້ ຊຶ່ງແຕ່ລະປີ ລັດຖະບານໄດ້ສຸມທຶນຮອນເຂົ້າໃສ່ຢ່າງມະຫາສານເລີ່ມຈາກການເກັບແກ່ນ, ການກ້າເບ້ຍ ຈົນໄປສູ່ການສະໜອງເບ້ຍໄມ້ໃຫ້ພາກສ່ວນຕ່າງໆໂດຍສະເພາະແມ່ນປະຊາຊົນນຳໄປປູກ, ຕໍ່ມາ ແມ່ນເວົ້າເຖິງເນື້ອທີ່ປູກ ຊຶ່ງແຕ່ລະປີ ພາກລັດກໍໄດ້ກະກຽມໄວ້ຢູ່ຫຼາຍບ່ອນທີ່ເຫັນວ່າເໝາະສົມ ປູກໃນເນື້ອທີ່ສາມປະເພດປ່າ, ປູກເພື່ອຟື້ນຟູປ່າ, ປູກນອກສາມປະເພດປ່າ ຫຼື ປຸກລະດົມໃຫ້ປະຊາຊົນປູກຕາມຫົວໄຮ່ປາຍນາ, ສວນສາທາລະນະ, ຕາມສອງຟາກທາງໃນຕົວເມືອງ ແລະ ສຳນັກງານອົງການ ປູກໃນທຸກບ່ອນທີ່ເຫັນວ່າ ເໝາະສົມ ນີ້ກໍບໍ່ແມ່ນໜ້ອຍໆ ແມ່ນບໍ?

ອີກອັນໜຶ່ງແມ່ນເວລາປູກ, ໃນມື້ປູກຕົ້ນໄມ້ແຕ່ລະປີ ແຕ່ລະທ້ອງຖິ່ນມັກເຫັນເພິ່ນຈັດເປັນພິທີທາງການຄັກແນ່, ການເຮັດແນວນັ້ນກໍຫາກດີຢູ່ ຖ້າຫາກເປັນຂະບວນການຢ່າງຈິງຈັງ ຫາກຢ້ານວ່າມັນຈະກາຍເປັນພຽງຮູບການເທົ່ານັ້ນ ໂດຍເລັ່ງເອົາແຕ່ພິທີການ ຫຼັງຈາກນັ້ນໄປແລ້ວອາດລ້າລ່ອຍລົງ ກາຍເປັນແບບເພິ່ນວ່າ ຫົວເປັນຊ້າງຫາງເປັນໜູຫັ້ນດອກ ແລະ ອີກບັນຫາສຳຄັນທີ່ສຸດແມ່ນຄວາມຍືນຍົງຂອງຕົ້ນໄມ້ພາຍຫຼັງທີ່ປູກໃນແຕ່ລະປີນັ້ນ ມັນເປັນແນວໃດ ຜົນໄດ້ຮັບຄືແນວໃດ?ມີອັດຕາການຫລອດເຫຼືອຫຼາຍປານໃດ ບັນຫານີ້ຄວນມີການເບິ່ງຄືນໃໝ່.

ຢາກເຮັດໄດ້ຄືແນວນັ້ນ ກໍຄືດັ່ງຫຼາຍຄົນຫຼາຍທ່ານເວົ້າຫັ້ນແລ້ວວ່າ: ຕ້ອງມີການກວດກາປະເມີນຜົນຄືນພາຍຫຼັງການປູກ ວ່າໃນແຕ່ລະປີ ເຮົາປູກຕົ້ນໄມ້ໄດ້ໜ້ອຍຫຼາຍປານໃດ ໄດ້ຕາມຄາດໝາຍຫຼືບໍ? ເນື້ອທີ່ບ່ອນປູກເດ ໄດ້ເຄື່ອນຍ້າຍໄປບ່ອນໃໝ່ບໍຫຼືວ່າຂຶ້ນແຜນການປູກໃສ່ບ່ອນເກົ່າທີ່ປູກໃນປີຜ່ານມາ, ອັດຕາການລອດເຫຼືອຂອງໄມ້ທີ່ປູກນັ້ນມີຈັກສ່ວນຮ້ອຍ, ສ່ວນທີ່ລອດເຫຼືອນີ້ຈະເຮັດແນວໃດໃຫ້ມັນຈະເລີນເຕີບໃຫຍ່ຂະຫຍາຍຕົວ, ບ່ອນທີ່ຕົ້ນໄມ້ເສຍຫາຍໄປນັ້ນຈະເຮັດແນວໃດ ຖ້າຫາກມີການປູກສ້ອມຄືນໄດ້ກໍເປັນການດີ ຫຼີກເວັ້ນການເສຍເງິນເສຍທຶນທອນໄປຢ່າງຫຼວງຫຼາຍແຕ່ຜົນໄດ້ຮັບພັດບໍ່ພໍເທົ່າໃດ ຖ້າເປັນແນວນັ້ນແທ້.

ຢ່າລືມວ່າການກວດກາປະເມີນຜົນກໍ່ມີສ່ວນສຳຄັນທີ່ຊ່ວຍໃຫ້ເຮົາເຫັນໃດ້ອັນໃດທີ່ສົມຄວນເຮັດ ສົມຄວນເສີມຂະຫຍາຍ ແລະ ອັນໃດທີ່ບໍ່ສົມເຫດສົມຜົນ ແລ້ວດັດແປງແກ້ໄຂ ຢ່າໃຫ້ປີຕໍ່ໄປກໍຂຶ້ນແຜນໃສ່ເນື້ອທີ່ເກົ່າ ຫຼື ປູກໄມ້ໃສ່ຂຸມເກົ່າ ຖ້າເປັນແນວນັ້ນແທ້ ແລ້ວເມື່ອໃດເນື້ອທີ່ການປົກຫຸ້ມຂອງປ່າໄມ້ຈຶ່ງຈະບັນລຸໄດ້ 70% ຂອງເນື້ອທີ່ທົ່ວປະເທດ.