ຮອງນາຍົກເນັ້ນໃຫ້ທຸກຂະແໜງການເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມງວດກວ່າເກົ່າ

ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2017 ເມື່ອບໍ່ດົນມານີ້, ຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໂດຍທ່ານໄດ້ເນັ້ນໃຫ້ຄະນະກວດກາ-ກວດການທຸກຂັ້ນທົ່ວປະເທດ, ຈົ່ງເປັນເຈົ້າການເອົາໃຈໃສ່ວຽກງານຕິດຕາມ-ກວດກາບັນດາຂະແໜງການ, ອົງການ, ຫ້ອງການຂອງພັກ-ລັດໃຫ້ມີຄວາມໜັກແໜ້ນເຂັ້ມງວດຕາມລະບຽບກົດໝາຍ ເປັນຕົ້ນ: ດ້ານການເກັບລາຍຮັບ-ລາຍຈ່າຍ, ງົບປະມານຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນບໍ່ໃຫ້ມີການຮົ່ວໄຫລ, ບໍ່ໃຫ້ມີສະພາບຈ່າຍເກີນແຜນ, ຈ່າຍບໍ່ຖືກເປົ້າໝາຍ, ລວມທັງຕິດຕາມຢ່າງໃກ້ຊິດບັນດາໂຄງການລົງທຶນຂອງລັດ, ການໃຫ້ສຳປະທານທີ່ດິນ ແລະ ການຊຳລະໜີ້ສິນຕ່າງໆ ໃຫ້ດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍຢ່າງແທ້ຈິງ ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ.
ອົງການກວດກາລັດຖະບານ ໃຫ້ຮູ້ວ່າ: ປີຜ່ານມາ, ຂະແໜງການຕົນໄດ້ຕິດຕາມກວດກາອົງການບໍລິຫານລັດທັງໝົດ 578 ເປົ້າໝາຍ, ໃນນີ້ໄດ້ກວດກາປົກກະຕິ 101 ເປົ້າໝາຍ, ກວດກາຕາມຄຳສັ່ງ 382 ເປົ້າໝາຍ, ກວດກາຕາມຜົນການກວດສອບ 32 ເປົ້າໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 63 ເປົ້າໝາຍ ແລະ ພົບເຫັນຜົນເສຍຫາຍຫລາຍກວ່າ 1.336 ຕື້ກີບ, 6,33 ລ້ານບາດ (ສະກຸນເງິນໄທ), 4,82 ລ້ານໂດລາສະຫະລັດ ແລະ 20 ລ້ານດົງ (ສະກຸນເງິນຫວຽດນາມ) ສາມາດເກັບກູ້ຄືນມາໄດ້ພຽງ 769 ກວ່າຕື້ກີບ, 956 ພັນບາດ, 1,21 ລ້ານໂດລາສະຫະລັດ ແລະ ໄດ້ດໍາເນີນມາດຕະການຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍແລ້ວຈໍານວນໜຶ່ງ.

