ເຢຍລະມັນປະກາດທຸ້ມງົບ 6,5 ໝື່ນລ້ານເອີໂຣ ອອກມາດຕະການຄວບຄຸມຕົ້ນທຶນພະລັງງານທີ່ສູງຂຶ້ນ

ວັນທີ 4 ກັນຍາ 2022, ເຢຍລະມັນປະກາດທຸ້ມງົບປະມານຫລາຍກວ່າ 6,5 ໝື່ນລ້ານເອີໂຣ ເພື່ອອອກມາດຕະການຫລຸດຜົນກະທົບຈາກຕົ້ນທຶນພະລັງງານທີ່ສູງຂຶ້ນ ຫລັງເອີຣົບກຳລັງຜະເຊີນວິກິດພະລັງງານ ເຊິ່ງເປັນຜົນມາຈາກສົງຄາມລະຫວ່າງອູແກຣນ ແລະ ຣັດເຊຍ ທ່າມກາງຄວາມກັງວົນວ່າເອີຣົບອາດບໍ່ມີພະລັງງານສຳຮອງພຽງພໍຈະໃຊ້ໃນລະດູໜາວນີ້.

ທ່ານ ໂອລາຟ ໂຊລ ນາຍົກລັດຖະມົນຕີເຢຍລະມັນ ກ່າວວ່າ: “ເຢຍລະມັນຈະຜ່ານພົ້ນລະດູໜາວນີ້ໄປໃຫ້ໄດ້” ພ້ອມເນັ້ນວ່າ: ທ່ານຮູ້ດີວ່າຊາວເຢຍລະມັນຫລາຍຄົນກຳລັງປະສົບບັນຫາລາຄາພະລັງງານທີ່ສູງຂຶ້ນ ເຊິ່ງລັດຖະບານໄດ້ກຽມອອກມາດຕະການຊ່ວຍເຫລືອ ທັງຜູ້ຊົມໃຊ້ ແລະ ຂະແໜງທຸລະກິດແລ້ວ ໂດຍເຢຍລະມັນຈະໃຊ້ລາຍໄດ້ທີ່ມາຈາກພາສີລາກລອຍ (Windfall Tax) ຈາກບັນດາຜູ້ຜະລິດໄຟຟ້າທີ່ສ້າງກຳໄລມະຫາສານ ມາຊ່ວຍຫລຸດລາຄາແກັສ, ຖ່ານຫີນ ແລະ ນ້ຳມັນສຳລັບຜູ້ຊົມໃຊ້.

ກ່ອນໜ້ານີ້, ລັດຖະບານເຢຍລະມັນປະກາດມອບເງິນ 300 ເອີໂຣ ເພື່ອຊ່ວຍເຫລືອຄ່າໃຊ້ຈ່າຍດ້ານພະລັງງານແກ່ກຸ່ມລູກຈ້າງ, ແຕ່ເທື່ອນີ້ ຜູ້ນຳເຢຍລະມັນກຽມຈະຂະຫຍາຍການຊ່ວຍເຫລືອໃຫ້ກຸ່ມຄົນອື່ນໆເພີ່ມອີກເຊັ່ນ: ຜູ້ຮັບບຳນານຈະໄດ້ຮັບເງິນຊ່ວຍເຫລືອ 300 ເອີໂຣ, ສ່ວນນັກຮຽນຈະໄດ້ຮັບເງິນ 200 ເອີໂຣ. ຂະນະທີທຸລະກິດທີ່ໃຊ້ພະລັງງານປະລິມານຫລາຍ ປະມານ 900 ແຫ່ງ ຈະໄດ້ຮັບການຫລຸດພາສີ ລວມມູນຄ່າປະມານ 1,7 ພັນລ້ານເອີໂຣ.

ນອກຈາກນີ້, ລັດຖະບານຈະພັດທະນາໂຄງການຕໍ່ຈາກ “ປີ້ 9 ເອີໂຣ” ເຊິ່ງເປັນປີ້ເໝົາສຳລັບການເດີນທາງດ້ວຍບໍລິການຂົນສົ່ງສາທາລະນະທົ່ວປະເທດແບບບໍ່ຈຳກັດ ໂດຍລັດຖະບານໄດ້ປະກາດໃຊ້ປີ້ດັ່ງກ່າວໃນເດືອນມິຖຸນາຫາເດືອນສິງຫາຜ່ານມາ ເພື່ອຕໍ່ສູ້ອັດຕາເງິນເຟີ້ ແລະ ຕົ້ນທຶນພະລັງງານທີ່ສູງຂຶ້ນ ສຳລັບໂຄງການໃໝ່ທີ່ຈະເປີດນີ້ ຄາດວ່າຈະເປັນປີ້ປະຈຳເດືອນທີ່ມີລາຄາ 49-69 ເອີໂຣ.

ອ້າງອີງ:

https://www.theguardian.com/world/2022/sep/04/germany-olaf-scholz-announces-package-help-ease-high-energy-prices