ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ປະເທດມາເລເຊຍ

ວັນທີ 26 ພຶດສະພາ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນລາວໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍການເປັນປະທານຂອງ ມາເລເຊຍ ພາຍໃຕ້ຄຳຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ແລະ ເຂົ້າຮ່ວມບັດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ; ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຕີລາຄາສູງຕໍ່ຜົນສໍາເລັດ ທີ່ອາຊຽນຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2015 ຜູ້ນຳອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ 4 ແຜນຍຸດທະສາດຄື:

  • ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ
  • ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ
  • ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ
  • ແຜນຍຸດທະສາດການເຊື່ອມຈອດອາຊຽນ.

ເພື່ອເປັນທິດທາງໃນການຮ່ວມມື ຂອງອາຊຽນສໍາລັບ 20 ປີຂ້າງໜ້າ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ. ນອກນີ້, ກອງປະຊຸມ ໄດ້ປຶກສາຫາລືການພົວພັນຮ່ວມມືກັບພາຍນອກ ໂດຍໄດ້ເນັ້ນຢໍ້າຄວາມສຳຄັນໃນການຮັດແໜ້ນ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ແລະ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ໄດ້ເຫັນດີ ຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນ ປີ 2025 ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ຕໍ່ການສະໜັບສະໜູນ ແລະ ຮ່ວມມື ສຳລັບການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສໍາເລັດຂອງອາຊຽນໃນປີ 2025 ພາຍໃຕ້ການເປັນປະທານຂອງ ມາເລເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045.

ທີ່ມາ: ກະຊວງການຕ່າງປະເທດ