ປະທານສານປະຊາຊົນສູງສຸດ ຊີ້ນຳໃຫ້ສານປະຊາຊົນເຂດ II ຍົກສູງຄວາມຮູ້ຄວາມສາມາດ ແລະ ປະຕິບັດຈັນຍາບັນ-ຈັນຍາທໍາໃນອາຊີບ

ໂອກາດຢ້ຽມຢາມເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງຫົວພັນ ວັນທີ 22-26 ພະຈິກ 2023, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໂອ້ລົມພະນັກງານ-ສະມາຊິກພັກ ຂອງສານປະຊາຊົນເຂດ II ທີ່ເມືອງຊຽງຄໍ້ ແຂວງຫົວພັນ ນອກຈາກທ່ານໄດ້ກ່າວຍ້ອງຍໍຊົມເຊີຍພະນັກງານ-ສະມາຊິກພັກຂອງສານປະຊາຊົນເຂດ II ສ້າງໄດ້ໃນຜ່ານມາແລ້ວ, ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານດັ່ງນີ້:

  1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງລັດ ໃຫ້ບັນດາຖັນແຖວສະມາຊິກພັກ-ພະນັກງານ ຢ່າງເປັນກະຕິ, ສາມາດກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ສ້າງພະນັກງານໃຫ້ມີຄວາມຊໍານານງານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ, ປະຕິບັດຈັນຍາບັນ-ຈັນຍາທໍາໃນອາຊີບ ຢ່າງເຂັ້ມງວດ;
  2. ເອົາໃຈໃສ່ພັດທະນາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ການກໍ່ສ້າງ ແລະ ຂະຫຍາຍພັກ ໃຫ້ປະຕິບັດສອດຄ່ອງກັບກົດລະບຽບຂອງພັກ ຢ່າງເຂັ້ມງວດ;
  3. ປັບປຸງແບບແຜນນໍາພາ, ວິທີເຮັດວຽກງານໃນລະບົບສານປະຊາຊົນ ຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫລາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ມີການສຳຫລວດກວດກາ ຢ່າງເປັນປົກກະຕິ ເພື່ອຖອດຖອນບົດຮຽນ ເປັນແຕ່ລະໄລຍະ;
  4. ເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດ້ານວິຊາສະເພາະ ໂດຍເລັ່ງໃສ່ກໍ່ສ້າງຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ ໃຫ້ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະ, ມີຄຸນນະທຳ, ຈັນຍາບັນ-ຈັນຍາທຳ; ສ້າງໃຫ້ໄດ້ ຜູ້ພິພາກສາດີ-ເກັ່ງ ໃນສານປະຊາຊົນແຂວງ ແລະ ບັນດາສານເຂດ;
  5. ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ ຢູ່ສານແຕ່ລະຂັ້ນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ປະຕິບັດມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ;
  6. ເອົາໃຈໃສ່ເກັບກໍາຂໍ້ມູນຫລັກຖານຂໍ້ເທັດຈິງມາຄົ້ນຄວ້າ ພິຈາລະນາຮ່ວມກັນລະຫວ່າງອົງການດໍາເນີນຄະດີຕາມຂະບວນຍຸຕິທຳ (ເຈົ້າໜ້າທີ່ ປກສ, ອົງການໄອຍະການ, ເຈົ້າໜ້າທີ່ປະຕິບັດຄໍາຕັດສິນຂອງສານ) ລວມທັງອຳນາດການປົກຄອງເມືອງ ເພື່ອປຶກສາຫາລື, ຍາດແຍ່ງຄວາມຄິດເຫັນ ສ້າງຄວາມເປັນເອກະພາບໃນການຕົກລົງແກ້ໄຂບັນຫາຄະດີຕ່າງໆ.