ຈີນສ້າງສະໜາມກິລາ ເປັນຂອງຂວັນ ໃຫ້ກຳປູເຈຍ

ສະໜາມກິລາ Morodok, ມີມູນຄ່າການກໍ່ສ້າງ 150 ລ້ານໂດລາ, ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 60.000 ຄົນ ໄດ້ສ້າງສຳເລັດເປັນທີ່ຮຽຮ້ອຍແລ້ວ ແລະ ໄດ້ມອບ-ຮັບ ພາຍຫຼັງກໍ່ສ້າງມາເປັນເວລາ 8 ປີ.
ພິທີມອບ-ຮັບ ມີຂຶ້ນໃນວັນທີ 12 ກັນຍາ 2021 ທີ່ຜ່ານມາ, ໂດຍການເຂົ້າຮ່ວມເປັນສັກສີພິຍານຂອງລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງອີ້ ແລະ ທ່ານ ຮຸນເຊັນ ນາຍົກລັດຖະມົນຕີກະປູເຈຍ. ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວັງອີ້ ໃຫ້ຮູ້ວ່າ ຈີນໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສະໜາມກີລາ Morodok Techno ໃຫ້ກັບກຳປູເຈຍ ເພາະກຳປູເຈຍເປັນເພື່ອນທີ່ຮັກແພງຂອງຈີນ.
ສະໜາມກີລາແຫ່ງນີ້ໄດ້ເລີ່ມກໍ່ສ້າງມາຕັ້ງແຕ່ປີ 2013, ໂດຍການເຂົ້າຮ່ວມກໍ່ສ້າງໂຄງການຈາກນັກວິສະວະກອນຂອງຈີນຈຳນວນ 340 ຄົນ ແລະ ຂອງກຳປູເຈຍ 240 ຄົນ. ຄາດວ່າກຳປູເຈຍຈະນຳໃຊ້ສະໜາມກີລາແຫ່ງດັ່ງກ່າວເປັນສະຖານທີ່ຈັດງານມະຫາກຳກີລາ ຊີເກມ ຄັ້ງທີ 32 ປີ 2023.
ແຫຼ່ງຂ່າວ: The Insider

