ລາວ-ກໍາປູເຈຍ ສືບຕໍ່ຮ່ວມມືການປັກຫຼັກ ໝາຍຊາຍແດນ ຄາດວ່າຈະໃຫ້ສໍາເລັດ ພາຍໃນ 2 ປີຕໍ່ໜ້ານີ້

ວັນທີ 21 ເມສາ 2023 ລາວ-ກໍາປູເຈຍໄດ້ຈັດກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ຂຶ້ນທີ່ ຣາຊະອານາຈັກກໍາປູເຈຍ, ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ວາ ກິມຮົງ, ລັດຖະມົນຕີອາວຸໂສປະຈໍາສໍານັກງານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ຮັບຜິດຊອບຊີ້ນໍາວຽກງານຊາຍແດນ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ.
ກອງປະຊຸມໄດ້ປຶກສາຫາລື ແລະ ຕີລາຄາຕໍ່ການຮ່ວມມືວຽກງານຊາຍແດນຂອງສອງປະເທດ ບົນພື້ນຖານການພົວພັນ ຮ່ວມມືທີ່ມີມູນເຊື້ອອັນດີຖານບ້ານໃກ້ເຮືອນຄຽງ ຊຶ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຮ່ວມມືແກ້ໄຂບັນຫາຊາຍແດນສອງປະເທດໃຫ້ສຳເລັດຕາມການຕົກລົງຂອງລັດຖະບານສອງປະເທດທີ່ໄດ້ເຊັນສົນທິ ສັນຍາວ່າດ້ວຍຊາຍແດນປະເທດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາໃຫ້ເປັນຮູບປະທຳ ແລະຮ່ວມກັນບູລະນະຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມໃສ່ຈຸດທີ່ສອງຝ່າຍໄດ້ເອກະພາບກັນ ເພື່ອປ່ຽນແທນຫຼັກໝາຍທີ່ມີຢູ່ໃຫ້ມີຄວາມທົນທານແໜ້ນໜາຖາວອນ, ພ້ອມຈະໄດ້ປັກຫຼັກໝາຍເພີ່ມເຕີມຕື່ມອີກ ຈໍານວນ 387 ຫຼັກໝາຍ ຢູ່ບໍລິເວນຊາຍແດນທີ່ເຫັນວ່າມີຄວາມຈໍາເປັນ ເຊັ່ນ: ຈຸດເສັ້ນຊາຍແດນປ່ຽນທິດ, ຄົດລ້ຽວ ແລະ ມີປະຊາຊົນດໍາລົງຊີວິດຢູ່ຫຼາຍ, ຊຶ່ງຄະນະວິຊາການທັງສອງຝ່າຍຈະໄດ້ລົງພື້ນທີ່ຕົວຈິງຮ່ວມກັນໃນຕົ້ນເດືອນພຶດສະພາ 2023 ນີ້ ແລະ ຄາດວ່ຈະໃຫ້ສຳເລັດພາຍໃນກໍານົດເວລາສອງປີ.
ສອງຝ່າຍ ໄດ້ປຶກສາຫາລືກັນເລື່ອງຊາຍແດນທີ່ຍັງບໍ່ທັນເປັນເອກະພາບໃນສ່ວນທີ່ສອງຝ່າຍໄດ້ຮ່ວມກັນສຳຫຼວດຈຳນວນ 86% ຂອງຄວາມຍາວເສັ້ນຊາຍແດນທັງໝົດ ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ຮ່ວມກັນລົງສໍາຫຼວດ ແລະ ປຶກສາຫາລືກັນບົນພື້ນຖານຫຼັກການທີ່ທັງສອງຝ່າຍໄດ້ຕົກລົງຮ່ວມກັນ ໂດຍສອດຄ່ອງທາງດ້ານຫຼັກການ, ເຕັກນິກ ແລະ ພື້ນທີ່ຕົວຈິງ ແລ້ວນໍາສະເໜີວິທີແກ້ໄຂຕໍ່ປະທານຄະນະກໍາມະການຊາຍແດນສອງຝ່າຍ ເພື່ອພິຈາລະນາແກ້ໄຂເຮັດໃຫ້ບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍລິເວນຊາຍແດນຄົງຄ້າງໄດ້ຮັບການແກ້ໄຂເປັນກ້າວໆ.

