ລາວ-ກຳປູເຈຍ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ III ປີ 2025

ໜັງສືພິມກອງທັບປະຊາຊົນລາວ ລາຍງານວ່າ: ວັນທີ 19 ພຶດສະພາ 2025 ນີ້ ທີ່ນະຄອນປາກເຊ ແຂວງຈໍາປາສັກ ລາວ-ກຳປູເຈຍກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ III ປີ 2025 ຝ່າຍລາວ ນຳໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ເປັນປະທານຮ່ວມຝ່າຍລາວ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເອິດ ສາຣາດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າເສນາທິການຮ່ວມກອງທັບ ເເຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກຳປູເຈຍ-ລາວ ເປັນປະທານຮ່ວມຝ່າຍກຳປູເຈຍ ບັນດາຄະນະກຳມະການທັງສອງຝ່າຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ II ທີ່ຈັດຂື້ນ ທີ່ ນະຄອນສຽມຣຽບ ແຂວງສຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 30 ເມສາ 2024 ທີ່ຜ່ານມາ, ເຫັນວ່າການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ມີຄວາມປອດໄພດີສົມຄວນ, ມີການພັດທະນາແບບຍືນຍົງ.
ບັນຫາອາດຊະຍາກຳຕ່າງໆ ຕາມບໍລິເວນຊາຍແດນ ຂອງສອງປະເທດ ແມ່ນຄ່ອຍໆສິ້ນສຸດລົງຫຼາຍສົມຄວນ ເມື່ອທຽບໃສ່ຊຸມປີຜ່ານມາ, ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າ ປະຊາຊົນສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໄດ້ໄປ-ມາຫາສູ່ກັນ, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ການເຂົ້າ-ອອກເມືອງ ສ່ວນຫຼາຍແມ່ນຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ໄດ້ກຳນົດໄວ້, ໃນການເຄື່ອນໄຫວວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າ ເຊິ່ງສາມາດສໍາຫຼວດ, ຂຸດ ແລະ ຖອນຫຼັກໝາຍ, ເທກັນເປື້ອນຕີນເສົາ, ເທຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫຼັກໝາຍໄດ້ຈໍານວນ 173 ຫຼັກໝາຍ ແລະ ຮັບຮອງຮ່ວມກັນຈໍານວນ 171 ຫຼັກໝາຍ, ຕີລາຄາຜົນການສໍາຫຼວດໄດ້ 33% ຂອງແຜນການ.
ດ້ານຮ່ວມມືລະດັບທ້ອງຖິ່ນ ກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື ແລະ ກອງພົນທີ 5 ຂອງ ສປປ ລາວ ໄດ້ປະສານສົມທົບກັບບັນດາກອງບັນຊາການທະຫານແຂວງ, ແມ່ທັບພາກ, ກອງພົນນ້ອຍທີ 9 ຂອງ ຣາຊະອານາຈັກກຳປູເຈຍ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ, ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.
ທີ່ມາ: Lao people’s Army News

