ປກສ ເມືອງຊ່ອນ ທໍາລາຍອາວຸດລ່າເນື້ອ ປະເພດປືນແກັບ 110 ກະບອກ ທີ່ຢຶດໄດ້ຈາກປະຊາຊົນ

ວັນທີ 19 ກຸມພາ 2023 ຜ່ານມາ, ປກສ ເມືອງຊ່ອນ ແຂວງຫົວພັນ ທໍາລາຍອາວຸດລ່າເນື້ອ ປືນແກັບ ແລະ ຈັກສະຕິນ ໂດຍການເຂົ້າຮ່ວມຂອງທ່ານ ສີວິໄລ ພິມມະວົງ ເຈົ້າເມືອງຊ່ອນ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັ ນຄວາມສະຫງົບຂັ້ນເມືອງ, ທ່ານ ພັທ ເຕັມບຸນ ດວງໄຈ ຮອງກອງບັນຊາການ ປກສ ເມືອງຊ່ອນ.
ທ່ານ ຮອ ເພັດ ສຸດຫ່ວງ ຮອງພະແນກສໍາມະໂນຄົວ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍອີງຕາມກົດລະບຽບການຄຸ້ມຄອງອາວຸດ ແລະ ທາດລະເບີດ ສະບັບເລກທີ01/ປຫພ, ລົງວັນທີ 20 ມີນາ 2016 ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ເມືອງຊ່ອນ ວ່າດ້ວຍການແຕ່ງຕັ້ງຄະນະຮັບຮັບຜິດຊອບທໍາລາຍເຄື່ອງຂອງກາງ, ອາວຸດລ່າເນື້ອ ແລະ ຈັກສະຕິນ ສະບັບເລກທີ 337/ຈມ, ລົງວັນທີ 26 ສິງຫາ 2021 ໄດ້ສົມທົບກັບ ປກສ ກຸ່ມບ້ານແຕ່ລະກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນທົ່ວເມືອງຊ່ອນ ໃຫ້ນໍາເອົາອາວຸດເສິກ, ອາວຸດລ່າເນື້ອ ແລະ ທາດລະເບີດທີ່ມີໄວ້ໃນຄອບຄອງແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ມາມອບໃຫ້ພັກ-ລັດດ້ວຍຄວາມຈິງໃຈ ໂດຍບໍ່ມີການປັບໃໝໃສ່ໂທດແຕ່ຢ່າງໃດ ເຊິ່ງເຄື່ອງຂອງກາງທີ່ທ້ອນໂຮມນໍາເອົາມາທໍາລາຍໃນຄັ້ງນີ້ມີ ປືນແກັບ 110 ກະບອກ, ປືນແຕ່ງຍິງລູກບີ 29 ກະບອກ, ປືນນໍ້າເຫລົ້າ 90 ຈໍານວນ 4 ກະບອກ, ຈັກສະຕິນຈໍານວນໜຶ່ງ. ການທໍາລາຍດັ່ງກ່າວແມ່ນນໍາໃຊ້ລົດຈົກທໍາລາຍຈົນໃຊ້ການບໍ່ໄດ້ແລ້ວຈົກດິນຖົມຢ່າງລະອຽດ.

