ລາວຈະມີແຫລ່ງຜະລິດໄຟຟ້າກວ່າຮ້ອຍ ແຫ່ງຮອດປີ 2021

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ໄດ້ໃຫ້ຮູ້ໃນໂອກາດສະເຫລີມສະຫລອງຜົນສຳເລັດການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍທີ່ມີກຳລັງຕິດຕັ້ງ 80 ເມກາວັດ ວ່າ: ປັດຈຸບັນ, ສປປ ລາວ ມີແຫລ່ງຜະລິດໄຟຟ້າແລ້ວ 54 ແຫ່ງ ລວມມີກຳລັງການຕິດຕັ້ງ 7.162 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ປະມານ 37.086 ລ້ານກິໂລວັດໂມງຕໍ່ປີ, ຂະນະດຽວກັນແຫລ່ງຜະລິດພະລັງງານໄຟຟ້າທີ່ກຳລັງກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງມີປະມານ 46 ແຫ່ງທີ່ຈະສຳເລັດທັງໝົດໃນປີ 2021 ແລະ ລວມມີກຳລັງຕິດຕັ້ງປະມານ 13.062 ເມກາວັດ ແລະ ມີກຳລັງຜະລິດປະມານ 66.944 ລ້ານກິໂລວັດໂມງຕໍ່ປີ. ໃນນີ້ 85% ແມ່ນຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ຜ່ານມາ, ສປປ ລາວ ໄດ້ຮັບຜົນສຳເລັດໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ພຽງແຕ່ໄລຍະ 10 ປີມານີ້ ສປປ ລາວ ໄດ້ພັດທະນາແຫລ່ງຜະລິດພະລັງງານໄຟຟ້າໃນຈັງຫວະການຂະຫຍາຍຕົວທີ່ກ້າວກະໂດດ, ເຊິ່ງໃນປີ 2005 ລາວມີແຫລ່ງຜະລິດພະລັງງານໄຟຟ້າພຽງ 9 ແຫ່ງ, ມີກຳລັງຕິດຕັ້ງ 679,5 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ພຽງ 3.236,9 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.
ສໍາລັບໂຄງການເຂື່ອນໄຟ້ານ້ຳງື່ມ 1 ພາກຂະຫຍາຍເບີ 7-8 ເປັນໂຄງການຂອງລັດຖະບານ, ໂດຍຂະຫຍາຍອອກຈາກໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ເພື່ອເພີ່ມກຳລັງການຜະລິດ, ທັງເປັນການຮັບຮອງການຊົມໃຊ້ໄຟຟ້າ ຢູ່ພາຍໃນປະເທດໃຫ້ພຽງພໍ, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມສຶກສາ-ສຳຫລວດ ໃນປີ 2012 ແລະ ລົງມືກໍ່ສ້າງໃນປີ 2015 ມີມູນຄ່າລົງທຶນປະມານ 122 ລ້ານກວ່າໂດລາສະຫະລັດ. ໂຄງການນີ້, ນອກຈາກສ້າງຜົນປະໂຫຍດທາງກົງໃຫ້ລັດຖະບານແລ້ວ ຍັງເປັນໂຄງການທີ່ມີປະສິດທິຜົນສູງ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມບໍ່ຫລາຍ ແລະ ສາມາດຄ້ຳປະກັນດ້ານພະລັງງານພາຍໃນປະເທດໃຫ້ພຽງພໍອີກດ້ວຍ.

