1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ໄດ້ຮັບໃບຢັ້ງຢືນ ເປັນນະຄອນ – ເມືອງພົ້ນທຸກ

ໜັງສືພິມ ຈໍາປາໃໝ່ ລາຍງານວ່າ: ວັນທີ 6 ພຶດສະພາ 2025 ຜ່ານມານີ້ ແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖາກການເມືອງ, ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃນໄລຍະ 2024 ແລະ ວາງທິດທາງແຜນການ 2025 ພ້ອມທັງຮັບຮອງຜົນການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດຳລັດ 348/ລບ ປະຈໍາປີ 2024. ເປັນປະທານໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ຄໍາ ນີລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ການນໍານະຄອນປາກເຊ, ການນໍາ 9 ເມືອງ ເຂົ້າຮ່ວມ.

ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບວຽກງານພັດທະນາຊົນນະບົດເລກທີ 121/ນຍ, ລົງ ວັນທີ 2 ກັນຍາ 2024 ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງເພື່ອແຕ່ງຕັ້ງຄະນະຮັບຜິເຊອບຊີ້ນຳ ແລະ ຄະນະຮັບຜິດຊອບຂັ້ນແຂວງ; ບົດລາຍງານຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ປະຈຳປີ 2024. ໄດ້ມອບໃບຢັ້ງຢືນ ເມືອງພົ້ນທຸກ ແລະ ເມືອງເຂັ້ມແຂງຮອບດ້ານ ຕາມມາດຕະຖານເມືອງພົ້ນທຸກ ມີ 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ, ເມືອງໂພນທອງ, ປາກຊ່ອງ, ບາຈຽງຈະເລີນສຸກ, ຈໍາປາສັກ ແລະ ເມືອງໂຂງ.

ເງື່ອນໄຂ 9 ມາດຕະຖານ ເມືອງພົ້ນນທຸກປະກອບມີ:

  • ມີໂຮງຮຽນມັດທະຍົມສົມບູນ
  • ມີໂຮງໝໍເມືອງ ຫຼື ເຂົ້າເຖິງການບໍລິການຂອງໂຮງໝໍແຂວງ ຫຼື ສູນກາງ
  • ເທດສະບານເມືອງ ໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫຼື ລະບົບນໍ້າປະປາ
  • ເທດສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ
  • ມີເສັ້ນທາງເຂົ້າເຖິງທຽວໄດ້ຕະຫຼອດປີ ແລະ ເຊື່ອມຈອດກັບທຸກໆບ້ານ ພາຍໃນເມືອງ
  • ມີລະບົບໂທລະຄົມມະນາຄົມ, ການຂົນສົ່ງ ແລະ ຂໍ້ມູນຂ່າວສານ
  • ມີຕະຫຼາດຊື້-ຂາຍສິນຄ້າ ເປັນປົກກະຕິ
  • ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ
  • ມີບ້ານພົ້ນທຸກຫຼາຍກວ່າ 70% (ເຈັດສິບສ່ວນຮ້ອຍ) ຂຶ້ນໄປ ຂອງຈໍານວນບ້ານທັງໝົດພາຍໃນເມືອງ. ເມືອງທີ່ບໍ່ບັນລຸ 9 ເງື່ອນໄຂຂ້າງເທິງນີ້ ຖືວ່າເປັນເມືອງທຸກ.

ທີ່ມາ: ໜັງສືພິມຈໍາປາໃໝ່