ຊາຍການາດາຖືກຟ້າຜ່າ ແຕ່ລອດຊີວິດ

ງານແຕ່ງດອງຢູ່ເມືອງນິວ ບຣຸນວິດ ຂອງການາດາ ໃນອາທິດຜ່ານມາ ກາຍເປັນເລື່ອງທີ່ສື່ທ້ອງຖິ່ນໃຫ້ຄວາມສົນໃຈຫລາຍ ເພາະເກີດຟ້າຜ່າກາງງານລະຫວ່າງທີ່ພໍ່ເຈົ້າສາວກ່າວໃນພິທີ, ແຕ່ເຄາະດີທີ່ລອດມາໄດ້.
ທ້າວ ເຈພີ ນາໂດ ບອກກັບສະຖານີໂທລະພາບ BBC ຂອງການາດາວ່າ: ຕອນທີ່ຂ້ອຍບອກກັບລູກເຂີຍຂອງຂ້ອຍວ່າ: ລາວເປັນຜູ້ຊາຍທີ່ໂຊກດີ ຕອນນັ້ນຟ້າກໍຜ່າລົງມາ.
ເຫດການດັ່ງກ່າວເກີດຂຶ້ນໃນລະຫວ່າງພິທີແຕ່ງດອງຂອງລູກສາວໃນສວນແອບເປິ້ນແຫ່ງໜຶ່ງ ທີ່ຈັດຂຶ້ນໃນວັນທີ 8 ກໍລະກົດນີ້.
ລູກສາວຂອງ ເຈພີ ນາໂດ ບອກວ່າ: ໃນລະຫວ່າງທີ່ພໍ່ຂອງນາງເວົ້າຢູ່ ທັນໃດນັ້ນເລື່ອງບໍ່ຄາດຄິດກໍເກີດຂຶ້ນ ເມື່ອມີຟ້າຜ່າລົງບໍລິເວນໃກ້ຄຽງບ່ອນຈັດງານ ໂດຍບັນຍາກາດໃນຕອນນັ້ນ ທ້ອງຟ້າກໍເຕັມໄປດ້ວຍເມກ.
“ໃນຂະນະນັ້ນ ຂ້ອຍຈັບໄມ ຮູ້ສຶກວ່າມີກະແສໄຟຟ້າໄຫລຜ່ານໄປຫາເຄື່ອງຂະຫຍາຍສຽງ, ສ່ວນມືຂອງຂ້ອຍກໍມີປະກາຍໄຟເລັກໜ້ອຍ ເຊິ່ງຄືກັບວ່າຂ້ອຍກຳລັງກຳສາຍໄຟໄວ້ໃນມື” ທ້າວ ນາໂດ ກ່າວ.
ເຫດການເທື່ອນັ້ນຖິ້ມຮ່ອງຮອຍບາດແຜເລັກໜ້ອຍຢູ່ນິ້ວໂປຂອງລາວເທົ່ານັ້ນ ແລະ ການງານແຕ່ງກໍດຳເນີນຕໍ່ໄປຕາມປົກກະຕິ ທ່າມກາງຄວາມສຸກຂອງບ່າວສາວ.
ພັນລະຍາຂອງທ້າວ ນາໂດ ກ່າວກັບນັກຂ່າວສະຖານີໂທລະພາບ BBC ວ່າ: ນີ້ເປັນງານແຕ່ງທ່ີງົດງາມງານໜຶ່ງ, ເຖິງວ່າຈະມີວິນາທີແຫ່ງຄວາມຫວາດສຽວກໍຕາມ.
ທ້າວ ນາໂດ ບອກວ່າ: ລາວຜ່ານປະສົບການສຽດຕາຍມາແລ້ວຫລາຍເທື່ອ ເຊັ່ນໃນປີ 2015 ເຮືອທ່ອງທ່ຽວທີ່ລາວເຮັດວຽກຢູ່ເກີດໄຟໄໝ້ຂະນະທີ່ຂີ່ເຮືອໃກ້ກັບເກາະຟອດແລນ, ແຕ່ຍັງເຄາະດີທີ່ໄດ້ຮັບການຊ່ວຍເຫລືອໂດຍກອງທັບອາກາດອັງກິດ.

