ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ (ເນື່ອງໃນໂອກາດລະນຶກວັນເກີດຄົບຮອບ 97 ປີ)

ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13/12/1920 ແລະ ເຕີບໃຫຍ່ຂຶ້ນໃນສະພາບທີ່ປະເທດຊາດຂອງພວກເຮົາຖືກຕົກເປັນເມືອງຂຶ້ນ ແລະ ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດ, ເປັນຂ້ອຍຂ້າຂອງຕ່າງຊາດ. ຍ້ອນມີຈິດໃຈຮັກຊາດ ແລະ ຮັກປະຊາຊົນຢ່າງເລິກເຊິ່ງ, ປະທານ ໄກສອນ ພົມວິຫານ ຈຶ່ງມີຄວາມຕື່ນຕົວເຂົ້າຮ່ວມການປະຕິວັດຕັ້ງແຕ່ຍັງໜຸ່ມນ້ອຍ.
ປະທານ ໄກສອນ ພົມວິຫານ ໄດ້ນຳພາຈັດຕັ້ງກອງຕະລຸມບອນ ປະກອບອາວຸດ ແລະ ດຳເນີນວຽກງານປຸກລຸກຂົນຂວາຍປະຊາຊົນ ເພື່ອກໍ່ສ້າງຮາກຖານການເມືອງ ແລະ ຖານທີ່ໝັ້ນປະຕິວັດຂຶ້ນຢູ່ເຂດຕາເວັນອອກສຽງເໜືອຂອງປະເທດເຮົາ. ພ້ອມກັນນັ້ນ ກໍໄດ້ປະສົມປະສານການເຄື່ອນໄຫວ ແລະ ໄດ້ນຳພາເຕົ້າໂຮມກອງໂຄສະນາປະກອບອາວຸດປະຕິວັດຈາກທົ່ວປະເທດເຂົ້າເປັນກອງທັບລາວອິດສະຫລະ ເພື່ອສ້າງເປັນກຳລັງແກ່ນສານສຳລັບການຕໍ່ສູ້ປະຕິວັດຢູ່ປະເທດເຮົາ.
ປະທານ ໄກສອນ ພົມວິຫານ ຍາມໃດກໍໄດ້ເອົາໃຈໃສ່ປຸກລະດົມຄວາມຕື່ນຕົວຮັກຊາດ ນ້ຳໃຈຄຽດແຄ້ນສັດຕູຜູ້ຮຸກຮານຂອງປະຊາຊົນບັນດາເຜົ່າ ຕິດແໜ້ນກັບການໂຄສະນາສຶກສາອົບຮົມມານະຈິດ ແລະ ອຸດົມການປະຕິວັດໃຫ້ແກ່ສະມາຊິກພັກ-ພະນັກງານ ໂດຍຖືວ່າອັນນັ້ນແມ່ນວຽກງານພື້ນຖານໃຈກາງຂອງການສ້າງກຳລັງແຮງປະຕິວັດ ສົມທົບການເຕົ້າໂຮມຄວາມສາມັກຄີລະຫວ່າງເຜົ່າ ແລະ ບັນດາຊັ້ນຄົນທີ່ຮັກຊາດໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ ເພິ່ນຍັງໄດ້ເປັນເຈົ້າການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອຈາກຫວຽດນາມ, ຈີນ ແລະ ສະຫະພາບໂຊວຽດ ລວມທັງເພື່ອນມິດສາກົນຢ່າງກວ້າງຂວາງ, ທັງໄດ້ເປັນເຈົ້າການປະສານສົມທົບກັບການຕໍ່ສູ້ຂອງປະຊາຊົນຫວຽດນາມ ແລະ ກຳປູເຈຍອ້າຍນ້ອງຢ່າງກົມກຽວເປັນເອກະພາບ ເຊິ່ງໄດ້ເຮັດການປະຕິວັດລາວມີໄຊ ແລະ ເຕີບໃຫຍ່ຂຶ້ນເປັນກ້າວໆ.
ໃນວັນທີ 28 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ຖືກຮັບເປັນສະມາຊິກສົມບູນຂອງພັກກອມມູນິດອິນດູຈີນ. ຕັ້ງແຕ່ນັ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນ່ວແນ່ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ການນາບຂູ່ໃດໆທັງສິ້ນ.
ວັນທີ 20 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນ (ກອງທັບປະຊາຊົນລາວໃນປັດຈຸບັນ) ເຊິ່ງເປັນກຳລັງປະກອບອາວຸດປະຕິວັດທີ່ຢູ່ພາຍໃຕ້ການນຳພາໂດຍກົງ-ຮອບດ້ານຂອງພັກ. ຈາກນັ້ນມາ ໃນເດືອນສິງຫາ 1950 ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນກຳມະການໃນຄະນະກຳມະການສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດຂອງລັດຖະບານລາວຕໍ່ຕ້ານ. ໃນຖານະເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດ ແລະ ເປັນຜູ້ບັນຊາການກອງທັບ, ປະທານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການຮ່ວມກັບໝູ່ຄະນະການນຳກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ປຸກລະດົມຂະບວນການສົງຄາມກອງຫລອນຕ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານທີ່ໝັ້ນການປະຕິວັດ, ຊີ້ນຳບັນດາບັ້ນຮົບໂຈມຕີຕ່າງໆ ລວມທັງຂຶ້ນບຸກໂຈມຕີແນວປ້ອງກັນນ້ຳອູຂອງສັດຕູ, ປະກອບສ່ວນເຂົ້າໃນໄຊຊະນະດຽນບຽນຟູຂອງຫວຽດນາມ.
ວັນທີ 22 ມີນາ 1955, ປະທານ ໄກສອນ ພົມວິຫານ ໄດ້ພ້ອມກັບບັນດາສະຫາຍສະມາຊິກພັກກອມມູນິດອິນດູຈີນ ທີ່ເປັນຄົນລາວສ້າງຕັ້ງພັກປະຊາຊົນລາວ ເຊິ່ງເພິ່ນເອງໄດ້ຖືກເລືອກຕັ້ງເປັນເລຂາທິການຄະນະຊີ້ນຳສູນກາງພັກປະຊາຊົນລາວ ທັງເປັນເລຂາທິການຄະນະພັກທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດ. ພາຍໃຕ້ການນຳພາຂອງພັກປະຊາຊົນລາວ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າ; ພັກໄດ້ວາງຍຸດທະສາດ ແລະ ຍຸດໂທບາຍການຕໍ່ສູ້ຢ່າງຖືກຕ້ອງ. ພ້ອມກັນນັ້ນ ກໍໄດ້ປຸກລະດົມ ແລະ ເຕົ້າໂຮມທຸກກຳລັງທີ່ຮັກຊາດເຂົ້າໃນແນວໂຮມຕໍ່ຕ້ານໄດ້ນັບມື້ນັບຫລາຍ, ເຮັດໃຫ້ການຕໍ່ສູ້ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນນັບມື້ນັບເປີດກວ້າງເປັນຂະບວນໃນຂອບເຂດທົ່ວປະເທດ, ຍາດເອົາໄຊຊະນະນີ້ກ້າວສູ່ໄຊຊະນະໃໝ່ໃຫຍ່ຫລວງຂຶ້ນເລື້ອຍໆ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນວັນທີ 2/12/1975 ດ້ວຍການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.
ພາຍຫລັງການສະຖາປະນາ ສປປ ລາວ, ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ອຸທິດສະຕິປັນຍາ ກຳລັງວັງຊາຂອງຕົນຢ່າງບໍ່ຮູ້ອິດເມື່ອຍເຂົ້າໃນພາລະກິດປົກປັກຮັກສາລະບອບໃໝ່ ແລະ ສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມ. ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ຜະເຊີນກັບສິ່ງທ້າທາຍທົດສອບອັນຂ້ຽວຂາດທີ່ເກີດຈາກການປິດລ້ອມ ແລະ ບຸກໂຈມຕີບຽດຍຶດຂອງອິດທິກຳລັງປໍລະປັກ, ແຕ່ປະທານ ໄກສອນ ພົມວິຫານ ກໍໄດ້ພ້ອມກັບໝູ່ຄະນະການນຳຂອງພັກນຳພາທົ່ວປວງຊົນລາວຜ່ານຜ່າໄດ້ຢ່າງມີໄຊ, ຮັກສາໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປົກປ້ອງຜືນແຜ່ນດິນ ແລະ ອະທິປະໄຕຂອງຊາດໄວ້ໄດ້ຢ່າງໜັກແໜ້ນ, ການປະຕິວັດລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. ອັນທີ່ເປັນຂີດໝາຍສຳຄັນແມ່ນກອງປະຊຸມໃຫຍ່ຄັ້ງທີ IV ປີ 1986 ຂອງພັກ ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ນຳພາລິເລີ່ມການປ່ຽນແປງໃໝ່ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດອັນເດັ່ນຊັດ ແລະ ໄດ້ຮັບການສືບທອດຕໍ່ໆມາຮອດປັດຈຸບັນຢ່າງໜັກແໜ້ນ.
ດ້ວຍຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງທີ່ໄດ້ອຸທິດໃຫ້ແກ່ການປະຕິວັດ ກໍຄືປະເທດຊາດ ແລະ ປະຊາຊົນລາວເຮົາ, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຖືກຂະໜານນາມເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮັກຊາດ ແລະ ນັກປະຕິວັດຜູ້ຍິ່ງໃຫຍ່ຂອງຊາດເຮົາ, ແມ່ນວິລະບູລຸດແຫ່ງຊາດລາວ, ແມ່ນຜູ້ນຳຂອງພັກ ແລະ ລັດທີ່ປີຊາສາມາດ ແລະ ສະຫລາດສ່ອງໃສ.

