ທະນາຄານພັດທະນາອາຊີ (ADB) ອະນຸມັດທຶນ 45 ລ້ານໂດລາສະຫະລັດ ໂຄງການປັບປຸງຄຸນນະພາບການບໍລິການສາທາລະນະສຸກຂອງ ສປປ ລາວ

ເວັບໄຊ ທະນາຄານພັດທະນາອາຊີ (ADB) www.adb.org ລາຍງານ 21 ສິງຫາ 2023 ຜ່ານມານີ້ວ່າ: ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດທຶນມູນຄ່າ 45 ລ້ານໂດລາສະຫະລັດ ເພື່ອຊ່ວຍປັບປຸງຄຸນນະພາບການບໍລິການສາທາລະນະສຸກຂອງ 16 ເມືອງ ໃນ 10 ແຂວງຂອງ ສປປ ລາວ.
ໂຄງການປັບປຸງຄຸນນະພາບການບໍລິການສາທາລະນະສຸກ ຈະຊ່ວຍກະຊວງສາທາລະນະສຸກ ໃນການປັບປຸງຄຸນນະພາບການບໍລິການປິ່ນປົວສຸຂະພາບ, ຍົກລະດັບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຂອງໂຮງໝໍແຂວງ ແລະ ໂຮງໝໍເມືອງ ແລະພ້ອມທັງ ປັບປຸງການບໍລິຫານແລະຄຸ້ມຄອງສະຖານທີ່ປິ່ນປົວສຸຂະພາບໃນແຂວງ ຈໍາປາສັກ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ສະຫວັນນະເຂດ, ໄຊຍະບູລີ, ໄຊສົມບູນ, ແລະ ຊຽງຂວາງ.
ທ່ານນາງ ໂຊໂນມິ ທະນາກະ, ຫົວໜ້າຫ້ອງການທະນາຄານພັດທະນາອາຊີປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ “ການບໍລິການສາທາລະນະສຸກທີ່ມີຄຸນນະພາບສູງ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ, ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ, ແມ່ນກຸນແຈສໍາຄັນ ທີ່ຈະເຮັດໃຫ້ ສປປ ລາວ ບັນລຸການປົກຄຸມສຸຂະພາບທົ່ວປວງຊົນພາຍໃນປີ 2025, ຜ່ານການລະບາດຂອງພະຍາດໂຄວິດ-19 ວຽກງານດັ່ງກ່າວນີ້ ຍິ່ງມີຄວາມສໍາຄັນຫຼາຍຂຶ້ນ. ເນື່ອງຈາກວ່າ, ການບໍລິການປິ່ນປົວສຸຂະພາບທີ່ມີຄຸນນະພາບ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບນັ້ນ ເປັນປັດໃຈອັນສຳຄັນ ທີ່ຈະເຮັດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການສາທາລະນະສຸກຫລາຍຂຶ້ນ ຊຶ່ງຈະສົ່ງຜົນໃຫ້ເຂົາເຈົ້າ ມີສຸຂະພາບທີ່ດີຂຶ້ນ.”
ພາຍໃຕ້ໂຄງການດັ່ງກ່າວນີ້ ຄາດວ່າແຕ່ລະປີ ຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 1,6 ລ້ານຄົນ ຊຶ່ງລວມເຖິງ ຜູ້ທຸກຍາກ, ແມ່ຍິງ, ຜູ້ສູງອາຍຸ, ຜູ້ເສຍອົງຄະ, ແລະ ປະຊາຊົນທີ່ດຳລົງຊີວິດຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ຈະຊ່ວຍກະຊວງສາທາລະນະສຸກ ໃນການຈັດຕັ້ງປະຕິບັດ ນະໂຍບາຍມາດຕະຖານຄຸນນະພາບການບໍລິການສາທາລະນະສຸກຂອງກະຊວງໄດ້ວາງອອກທີ່ວ່າ “ນະໂຍບາຍ 5 ດີ 1ພໍໃຈ” ໂດຍ ໄດ້ວາງເປົ້າໝາຍເບື້ອງຕົ້ນໃຫ້ບັນລຸໄດ້ໂຮງໝໍ 10 ແຫ່ງ ທີ່ຜ່ານການ ຮັບຮອງມາດຕະຖານຄຸນນະພາບ ພາຍໃນ ປີ 2026.
ທີ່ມາ: ທະນາຄານພັດທະນາອາຊີ ADB

