ບຸນປີໃໝ່ລາວ ຢູ່ນະຄອນຫລວງພະບາງ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ຫລາຍກວ່າ 1 ແສນຄົນ

ວັນທີ 24 ເມສາ 2025 ແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດງານບຸນປີໃໝ່ລາວ ພສ 2568 ຄສ 2025 ໂດຍເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ປະທານຈັດງານບຸນ, ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ຮອງປະທານຈັດງານບຸນ ແລະ ພາກສ່ວນກ່ຽງຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມມີລາຍງານວ່າ: ຜ່ານການຈັດງານບຸນປີໃໝ່ລາວໃນປີນີ້, ມີກິດຈະກໍາການເປີດງານວາງສະແດງສິນຄ້າເພື່ອສົ່ງເສີມການທ່ອງທ່ຽວ, ງານປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ຈັດງານໂລະລາດແບບມວນຊົນ, ການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄຸນເມືອງຈອມເພັດ ແລະ ບຸນປະເພນີເຜົ່າລື້ບ້ານຜານົມ. ອັນພົ້ນເດັ່ນແມ່ນໄດ້ຈັດພິທີແຫ່ຫວໍ່, ການບາສີໃນມື້ຂຶ້ນປີໃໝ່, ພິທີອັງເຊີນພະບາງລົງຫົດສົງ, ສົງນໍ້າພະພຸດທະຮູບຢູ່ສະຖານທີ່ທ່ອງທ່ຽວຖໍ້າຕິ່ງ ແລະ ກິດຈະກໍາອື່ນໆ.
ຕະຫລອດການຈັດກິດຈະກໍາ ໃນການສະເຫລີມສະຫລອງບຸນປີໃໝ່ລາວ 10 ວັນ, ເລີ່ມແຕ່ວັນທີ 11-20 ເມສາ 2025 ມີນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ນະຄອນ ຫລວງພະບາງ ທັງໝົດ 101,553 ຄົນ.
ທີ່ມາ: ໂທລະພາບ ແຂວງຫລວງພະບາງ

