ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມ ລວມມູນຄ່າທັງໝົດ 60,000,000 ກີບ

ພາຍຫລັງເກີດມີຝົນຕົກຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ນໍ້າກໍ, ນໍ້າມາວ ເພີ່ມປະລິມານນໍ້າສູງ ພ້ອມທັງເກີດມີນໍ້າປ່າໄຫລສຸແຮງ ເຮັດໃຫ້ມີນໍ້າອັ່ງ, ນໍ້າຖ້ວມ, ດິນເຈື່ອນຢູ່ແຂວງອຸດົມໄຊ ໃນວັນທີ 26 ສິງຫາ 2022 ຜ່ານມາ ເຮັດໃຫ້ເຮືອນຊານບ້ານຊ່ອງ, ລົດລ່າງພາຫະນະ, ຖະໜົນຫົນທາງ, ພື້ນທີ່ກະສິກຳທຳການຜະລິດ ແລະ ໄຮ່ນາ ຮົ້ວສວນ, ສັດລ້ຽງ ຂອງປະຊາຊົນຖືກນໍ້າເຊາະໄຫລເສຍຫາຍມະຫາສານ.
ເຊິ່ງວັນທີ 3 ກັນຍາ 2022 ນີ້, ສະຫາຍ ພົນຈັດຕະວາ ຄໍາຢີນ ແສງສຸລີ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງອຸດົມໄຊ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ນຳເອົາເຄື່ອງຊ່ວຍເຫລືອເງິນສົດຈຳນວນ 30.000.000 ກີບ ແລະ ເຂົ້າສານ ຈຳນວນ 3 ໂຕນ ລວມມູນຄ່າເປັນເງິນທັງໝົດ 60.000.000 ກີບ ເພື່ອມອບໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ເຊິ່ງພິທີມອບ-ຮັບດັ່ງກ່າວຢູ່ຈຸດຮັບເຄື່ອງບໍລິຈາກ ພະແນກການເງິນແຂວງອຸດົມໄຊ, ຕ່າງໜ້າຮັບໂດຍ ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບ ທັງນີ້ກໍເພື່ອເປັນການແບ່ງເບົາຄວາມທຸກ ແລະ ເປັນກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນໃນຍາມວິກິດ ໃຫ້ມີກຳລັງໃຈ ຜ່ານວິກິດຄັ້ງນີ້ໄປໄດ້ໂດຍໄວ.

