ບໍລິສັດລົດຈີນຈະເລີກຂາຍລົດ ໃຊ້ນ້ຳມັນພາຍໃນ 7 ປີ

ປັກກິ່ງອໍໂຕໂມທີຟກຣຸບ (BAIC) ບໍລິສັດລົດຍົນຍັກໃຫຍ່ແຫ່ງໜຶ່ງຂອງຈີນປະກາດຈະເລີກຈຳໜ່າຍລົດໃຊ້ນ້ຳມັນໃນນະຄອນຫລວງປັກກິ່ງພາຍໃນປີ 2020 ແລະ ທົ່ວປະເທດພາຍໃນປີ 2025.
ສຳນັກຂ່າວຊິນຮົວຂອງທາງການຈີນອ້າງຄຳກ່າວຂອງທ່ານ ຊູ່ ເຫີອີ ປະທານ BAIC ວ່າ: ນະໂຍບາຍນີ້ຈະມີຜົນສະເພາະລົດຍົນທີ່ບໍລິສັດຜະລິດເອງເທົ່ານັ້ນ ບໍ່ລວມລົດທີ່ບໍລິສັດເປັນຫຸ້ນສ່ວນຜະລິດກັບຮຸນໄດຂອງ ສ.ເກົາຫລີ ແລະ ເດມເລີຂອງເຢຍລະມັນ. BAIC ປະກາດເລື່ອງນີ້ໃນໄລຍະທີ່ລັດຖະບານຈີນກຳລັງຫາລືເລື່ອງຈະຫ້າມຈຳໜ່າຍລົດໃຊ້ນ້ຳມັນທົ່ວປະເທດ ແຕ່ຍັງບໍ່ກຳນົດກອບເວລາທີ່ຈະແຈ້ງ.
ປັດຈຸບັນຈີນໃຊ້ທັງມາດຕະການໃຫ້ຄຸນ ແລະ ໃຫ້ໂທດຈູງໃຈໃຫ້ບໍລິສັດຜະລິດລົດຍົນປະຢັດນ້ຳມັນ ຈົນເຖິງລົດຍົນບໍ່ໃຊ້ນ້ຳມັນ ເພື່ອແກ້ໄຂບັນຫາມົນລະພິດໃນອາກາດ ໂດຍຈະກຳນົດໂກຕ້າຂັ້ນຕໍ່າຈຳນວນລົດໄຟຟ້າທີ່ບໍລິສັດລົດຍົນຈະຕ້ອງຜະລິດໃນປີ 2019 ຈາກທີ່ຈະບັງຄັບໃຊ້ໃນປີໜ້າ ແຕ່ຖືກບໍລິສັດລົດຍົນຕ່າງປະເທດຮ້ອງຮຽນ. ປັດຈຸບັນຫລາຍບໍລິສັດເລີ່ມປະຕິບັດຕາມແລ້ວ. ໂຟກສະວາເກນຂອງເຢຍລະມັນກຳລັງຮ່ວມມືກັບເຈເອຊີມໍເຕີຂອງຈີນຕັ້ງເປົ້າຜະລິດລົດໄຟຟ້າຄັນທຳອິດອອກຈຳໜ່າຍພາຍໃນປີໜ້າ. ຂະນະທີ່ຟອດມໍເຕີຂອງອາເມລິກາເປີດເຜີຍວ່າ: ລົດທີ່ຈຳໜ່າຍໃນຈີນ 70% ຈະເປັນລົດໄຟຟ້າພາຍໃນປີ 2025 ໂດຍຈະທຸ້ມເງິນລົງທຶນ 756 ລ້ານໂດລາສະຫະລັດ ຮ່ວມກັບບໍລິສັດຈີນ, ສ່ວນວອລໂວຂອງຊູແອດປະກາດເປີດລົດໄຟຟ້າຢູ່ຈີນໃນປີ 2019.

