UN ຍັງບໍ່ສະຫລຸບຈະຫລວດທີ່ຮູຕີ ຍິງໃສ່ອາຣັບບີ ຊາອຸດິດຜະລິດຢູ່ອີຣານ

ສະຫະປະຊາຊາດ “ຍັງບໍ່ສະຫລຸບ” ວ່າຈະຫລວດທີ່ຖະຫລົ່ມຮູຕີຍິງຂ້າມຊາຍແດນຈາກເຢເມນມາຕົກລົງໃນອານາເຂດຂອງອາຣັບບີ ຊາອຸດິດ “ຢ່າງໜ້ອຍ 2 ຄັ້ງໃນປີນີ້” ເປັນອາວຸດທີ່ຜະລິດຂຶ້ນໂດຍອີຣານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 12 ທັນວາວ່າ: ເນື່ອງຈາກກໍລະນີທີ່ອາເມລິກາ ແລະ ອາຣັບບີ ຊາອຸດິດ ຮ້ອງຮຽນຕໍ່ສະຫະປະຊາຊາດວ່າ: ຈະຫລວດ 2 ລູກ ເຊິ່ງຖືກຍິງຂ້າມຊາຍແດນຈາກອານາເຂດຂອງກຸ່ມກະບົດຮູຕີຢູ່ເຢເມນ ແລ້ວຕົກລົງໃກ້ກັບສະໜາມບິນສາກົນຣິຍາດ ໃນວັນທີ 22 ກໍລະກົດ ແລະ 4 ພະຈິກຜ່ານມານັ້ນ ເປັນອາວຸດທີ່ຜະລິດຂຶ້ນຢູ່ອີຣານ ແລະ ຖືເປັນພຶດຕິກຳທີ່ລະເມີດມະຕິການຂວ້ຳບາດດ້ານອາວຸດຂອງ UN ເຊິ່ງຍັງມີຜົນບັງຄັບໃຊ້ກັບລັດຖະບານເຕຮາລານ ນອກຈາກມາດຕະການຂວ້ຳບາດທາງເສດຖະກິດທີ່ມີການຍົກເລີກແລ້ວເກືອບທັງໝົດຕາມຂໍ້ຕົກລົງນິວເຄຼຍແລ້ວນັ້ນ.
ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການ UN ສະເໜີລາຍງານຜົນການກວດສອບເຫດການດັ່ງກ່າວຕໍ່ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໃນທ້າຍອາທິດຜ່ານມາວ່າ: ເຈົ້າໜ້າທີ່ຂອງ UN ໄດ້ລົງພື້ນທີ່ເກີດເຫດ ເພື່ອກວດສອບຫລັກຖານທັງໝົດ ພົບວ່າຈະຫລວດທັງສອງລູກທີ່ມີໂຄງສ້າງ ແລະ ຮູບແບບການຜະລິດ “ຄ້າຍຄື” ກັບລູກສອນໄຟສະກັດ ແລະ ອີຣານມີລູກສອນໄຟໄລຍະໃກ້ທີ່ຜະລິດຂຶ້ນເອງຊື່ Qiam-1 ເຊິ່ງຖືເປັນຮຸ່ນໜຶ່ງຂອງລູກສອນໄຟສະກັດ.

