ປະທານປະເທດ ຕ້ອນຮັບ ສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ

ວັນທີ 22 ເມສາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ (ກົມສົມເດັດພະເທບ), ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການສະເດັດມາຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນແຕ່ລະຄັ້ງ ລວມທັງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນເເຟ້ນຍິ່ງໆຂຶ້ນໄປເລື້ອຍໆ, ທັງຍັງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແຫ່ງການພົວພັນລະຫວ່າງສອງປະເທດ ເພາະເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ລາວ-ໄທ ແລະ ຍັງເປັນປີມະຫາມຸງຄຸນ ວັນຄ້າຍວັນພະຣາຊະສົມພົບຂອງ ກົມສົມເດັດພະເທບ ຄົບຮອບ 70 ພັນສາ ທີ່ຫາກໍ່ຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955-2 ເມສາ 2025) ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ຖືໂອກາດນີ້ ຖວາຍພະພອນໄຊຍະມຸງຄຸນ ວັນຄ້າຍວັນພະຣາຊະສົມພົບ ແດ່ກົມສົມເດັດພະເທບ.

ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ, ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ, ພ້ອມທັງສົ່ງຄໍາເຊື້ອເຊີນ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະເດັດເປັນປະທານຮ່ວມໃນພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ຖືໂອກາດສະເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ຄົບຮອບ 75 ປີ ໃນປີ 2025 ນີ້.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ, ລວມທັງ ກົມສົມເດັດພະເທບ, ນາຍົກລັດຖະມົນຕີ ແລະ ການນຳທ່ານອື່ນໆ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມທັງໄດ້ສົ່ງຜູ້ຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກໄທ ມາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດ. ນອກນີ້, ຍັງໄດ້ສະແດງຄວາມເຫັນໃຈ ຕໍ່ເຫດເເຜ່ນດິນໄຫວ ຢູ່ຣາຊະອານາຈັກໄທ ໃນວັນທີ 28 ມີນາ 2025 ຜ່ານມາ ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍຊີວິດ, ສູນຫາຍ ແລະ ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ ໄດ້ຮັບຄວາມເສຍຫາຍ.

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລາວ-ໄທ ທີ່ໄດ້ມີການຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫລອດໄລຍະ 75 ປີ ຜ່ານມາ ຊຶ່ງກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບັນດາໂຄງການ ອັນເນື່ອງມາຈາກພະຣາຊະດໍາຣິ ຂອງບັນດາພະບໍຣົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ໂດຍສະເພາະໂຄງການຂອງ ກົມສົມເດັດພະເທບ ທີ່ຖືວ່າເປັນການຮ່ວມມືທີ່ມີປະ ໂຫຍດສູງ, ນໍາເອົາຜົນປະໂຫຍດ ແລະ ບົດຮຽນຜົນສໍາເລັດຕົວຈິງໃນການພັດທະນາມາໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາທາງດ້ານກະສິກໍາ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງຕ່າງໆ, ເຕັກໂນໂລຊີ ແລະ ອື່ນໆ.

ໃນໂອກາດດຽວກັນ, ກົມສົມເດັດພະເທບ ກໍໄດ້ສະແດງຄວາມປິຕິຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ອີກຄັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງ ໄທ-ລາວ ຂອງທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ດ້ວຍບັນຍາກາດອັນດີແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.

ທີ່ມາ: ໜັງສືພິມ ປະເທດລາວ