ແຂວງຈຳປາສັກ ຢຶດ-ປັບໃໝ ແລະ ທໍາລາຍຢາສູບນອກລະບົບ ຍີ່ຫໍ້ ອີຊີ 31 ແກັດ

ໜັງສືພິມຈໍາປາໃໝ່ ລາຍງານວ່າ: ວັນທີ 14 ສິງຫາ 2025 ນີ້ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈໍາປາສັກ ໄດ້ຈັດພິທີທໍາລາຍສິນຄ້ານອກລະບົບ ໂດຍການເຂົ້າຮ່ວມຂອງ ທ່ານ ທອງສຸກ ກອງແກ້ວ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ພັນໂທ ສົມສະໜິດ ສີດາລາເພັດ ຮອງຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກກ ແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.

ຢາສູບທີ່ນໍາມາທໍາລາຍຄັ້ງນີ້, ເຈົ້າໜ້າທີ່ຕຳຫລວດ ປກສ ແຂວງ ໄດ້ກັກຢຶດຈາກການກວດພົບໃນລົດເມຂົນສົ່ງສິນຄ້າ ຍີ່ຫໍ້ ຮຸນໄດ, ສີຟ້າຂາວ, ໝາຍເລກທະບຽນ ບລ 7778 ກໍາແພງນະຄອນ. ໃນວັນທີ 1 ກໍລະກົດ 2025 ທີ່ດ່ານ 84 ນາຝັ່ງ ເມືອງໂຂງ, ຊຶ່ງໄດ້ຂົນສົ່ງສິນຄ້າພະເພດຢາສູບ (ຍີ່ຫໍ້ອີຊີ) ຈໍານວນ 31 ແກັດ. ຜ່ານການກວດກາເຫັນວ່າ ຢາສູບທີ່ຂົນສົ່ງ ບໍ່ມີເອກະສານການເສຍພາສີ – ອາກອນ, ເຈົ້າທີ່ຈຶ່ງໄດ້ກັກລົດດັ່ງກ່າວພ້ອມດ້ວຍສິນຄ້າເຂົ້າມາພະແນກດັບເພີງ ປກສ ແຂວງ ເພື່ອດໍາເນີນການສືບສວນ – ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ຜ່ານຈາກການເກັບກໍາຄໍາໃຫ້ການກ່ຽວກັບສິນຄ້າປະເພດຢາສູບ (ຍີ່ຫໍ້ອີຊີ) ຂະແໜງການຄ້າພາຍໃນ ຮ່ວມກັບ ເຈົ້າໜ້າທີ່ພະແນກຕໍາຫລວດປ້ອງກັນຕໍາຫລວດເສດຖະກິດ ແລະ ເຈົ້າຂອງສິນຄ້າ ໄດ້ຄົ້ນຄວ້າປຶກສາຫາລືນໍາຜູ້ປະກອບການ ໃນນາມເຈົ້າຂອງສິນຄ້າ ເຫັນດີເສຍຄ່າປັບໃໝ ຊຶ່ງລວມມູນຄ່າສິນຄ້າ 74 ລ້ານກວ່າກີບ ແລະ ໄດ້ນໍາມາທໍາລາຍຖິ້ມ.

ທີ່ມາ: ໜັງສືພິມຈໍາປາໃໝ່