WHO ຊີ້ທົ່ວໂລກຂາດເຂີນພະຍາບານ 6 ລ້ານຄົນ

ອົງການອະນາໄມໂລກ (WHO) ແລະ ສະພາພະຍາບານສາກົນ (International Council of Nurses – ICN) ເປີດເຜີຍ ທົ່ວໂລກກຳລັງຂາດເຂີນພະຍາບານປະມານ 6 ລ້ານຄົນ ເພື່ອຮັບມືການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ພ້ອມຮຽກຮ້ອງໃຫ້ລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງມີມາດຕະການປົກປ້ອງບຸກຄະລາກອນທາງການແພດເຫລົ່ານີ້ບໍ່ໃຫ້ຖືກຄຸກຄາມຈາກການທີ່ພວກເຂົາຕ້ອງເຮັດວຽກໃກ້ຊິດຜູ້ປ່ວຍໂຄວິດ-19.
ທ່ານ ໂຮເວິດ ແຄດຕັນ ປະທານເຈົ້າໜ້າທີ່ບໍລິຫານ ICN ລະບຸໃນການຖະແຫລງຂ່າວວັນທີ 7 ເມສາວ່າ: ເຈົ້າໜ້າທີ່ການແພດເສຍຊີວິດຈາກການຕິດເຊື້ອໂຄວິດ-19 ແລ້ວປະມານ 100 ຄົນ ລວມທັງພະຍາບານຈຳນວນຫລາຍ.
WHO ຮ່ວມກັບໂຄງການປຸກລະດົມ Nursing Now ແລະ ICN ໄດ້ຖະແຫລງເປີດຕົວລາຍງານທີ່ຊື່ວ່າ: State of the World’s Nursing Report ໂດຍລະບຸວ່າ: ພະຍາບານ 28 ລ້ານຄົນທົ່ວໂລກ ເຊິ່ງຄິດເປັນ 59% ຂອງບຸກຄະລາກອນທາງການແພດທັງໝົດມີວຽກລົ້ນມືນັບແຕ່ກ່ອນຈະເກີດວິກິດໄວຣັສລະບາດ ແລະ ເວລານີ້ພວກເຂົາບາງຄົນຍັງຖືກສັງຄົມລັງກຽດ ເພາະຢ້ານຈະເອົາໄວຣັສມາແຜ່.
ທ່ານຮຽກຮ້ອງໃຫ້ລັດຖະບານທົ່ວໂລກໃຊ້ນະໂຍບາຍ “ຄວາມອົດທົນເປັນສູນ” ກັບການລ່ວງລະເມີດເຫລົ່ານີ້ ແລະ ຮັບຮອງວ່າ: ຄຳແນະນຳດ້ານສາທາລະນະສຸກທີ່ເຜີຍແຜ່ອອກໄປຈະຕ້ອງຊັດເຈນ ແລະ ກົງກັບຂໍ້ມູນຄວາມຈິງ.
ລາຍງານສະບັບນີ້ລະບຸອີກວ່າ: ທົ່ວໂລກຍັງຂາດເຂີນພະຍາບານສູງເຖິ 6 ລ້ານຄົນ ໂດຍສະເພາະໃນກຸ່ມປະເທດລາຍໄດ້ໜ້ອຍເຖິງປານກາງເຊັ່ນ: ພາກພູມອາຟຣິກາ, ອັບການິດສະຖານ, ປາກິດສະຖານ, ເຢເມນ ແລະ ເວເນຊູເອລາ ເຊິ່ງຈຳນວນພະຍາບານຈົບໃໝ່ຍັງຕາມບໍ່ທັນຈຳນວນປະຊາກອນທີ່ເພີ່ມສູງຂຶ້ນ.

