ອຢ ໄທ ເຕືອນ ກິນນ້ຳກ້ອນບໍ່ສະອາດ ລະວັງອາຫານເປັນພິດ ຖ້າຫາກພົບເຫັນຈະຖືກປັບໃໝ ປະມານ 25 ລ້ານກີບ

ສຳນັກຂ່າວຊ່ອງວັນໄທລາຍງານ: ວັນທີ 10 ເມສາ 2023 ນີ້, ທ່ານ ດຣ ວິທິດ ສະລິດດີໄຊຍະກຸນ ຮອງເລຂາທິການຄະນະກົມການອາຫານ ແລະ ຢາ ກ່າວວ່າ: ຂໍໃຫ້ປະຊາຊົນລະມັດລະວັງໃນການບໍລິໂພກອາຫານ ແລະ ນ້ຳດື່ມ ໃນຊ່ວງລະດູຮ້ອນປະຊາຊົນມີການບໍລິໂພກນ້ຳດື່ມ ແລະ ນ້ຳກ້ອນເປັນຈຳນວນຫລາຍ ໂອກາດທີ່ຈະມີສານປົນເປື້ອນຈາກເຊື້ອຈຸລິນຊີມີຫລາຍຂຶ້ນໂດຍສະເພາະແມ່ນ ເຊື້ອອີໂຄໄລ, ແຊນໂມເນລາ, ວິບຣິໂອ, ຄໍເລີເຣ່ ແລະ ອື່ນໆ ທີ່ເຮັດໃຫ້ມີອາການຖອກທ້ອງ ແລະ ອາຫານເປັນພິດໄດ້, ຜູ້ບໍລິໂພກຄວນເລືອກຊື້ນ້ຳດື່ມ ຫລື ນ້ຳກ້ອນທີ່ບັນຈຸໃນພາຊະນະທີ່ສະອາດ, ມີເລກສານລະບົບອາຫານໃນເຄື່ອງໝາຍ ອຢ, ຊື່ ແລະ ທີ່ຕັ້ງຂອງຜູ້ຜະລິດ, ນ້ຳໜັກ, ບໍລິມາດ, ວັນເດືອນປີ ຜະລິດ .ສຳລັບນ້ຳກ້ອນບົດ ຫລື ນ້ຳກ້ອນຫລອດ ຄວນສັງເກດລັກສະນະນ້ຳກ້ອນຕ້ອງໃສສະອາດ, ບໍ່ມີຄາບ, ບໍ່ມີສີ ຫລື ບໍ່ມີກິ່ນຜິດປົກະຕິ, ບໍ່ມີຝຸ່ນ ຫລື ສິ່ງແປກປອມໃນນ້ຳກ້ອນ ຈຶ່ງສາມາດກິນໄດ້.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ຖ້າຫາກກວດພົບຜະລິດຕະພັນທີ່ມີການປົນເປື້ອນຈຸລິນຊີທີ່ເປັນອັນຕະລາຍຕໍ່ສຸຂະພາບຈະດຳເນີນການຕາມລະບຽບກົດໝາຍ ແລະ ຈະຖືກປັບໃໝ 50.000 ບາດ ຫລື ປະມານ 25 ລ້ານກີບ ແລະ ຕິດຄຸກບໍ່ເກີນ 2 ປີ