ຜູ້ນໍາລາວ ສົ່ງສານຊົມເຊີຍວັນຊາດ ກູບາ ຄົບຮອບ 65 ປີ

ວັນທີ 1 ມັງກອນ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ມີເກັນມາຣີໂອ ດີເອັສ-ກາແນນ ເບີມູເດັສ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາຄົບຮອບ 65 ປີ.

ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາ ຄົບຮອບ 65 ປີ, ໃນນາມພັກປະຊາຊົນປະຕິວັດລາວ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງທຸກຖ້ວນໜ້າ, ໃນນາມເພື່ອນມິດທີ່ໃກ້ຊິດ, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ໃນຕະຫລອດໄລຍະກວ່າ 6 ທົດສະວັດຜ່ານມາ, ດ້ວຍມູນເຊື້ອອົງອາດກ້າແກ່ນ ແລະ ຕໍ່ສູ້ບໍ່ຍອມຈຳນົນ, ປະຊາຊົນ ກູບາ ວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ, ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ມີບົດບາດນັບມື້ນັບສູງເດັ່ນຂຶ້ນໃນເວທີສາກົນ.

ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ການຮ່ວມມືອັນດີລະຫວ່າງ ສອງພັກ, ລັດຖະບານ ແລະ ປະຊາຊົນ ລາວ-ກູບາທີ່ ປະທານ ຟີແດນ ກາດສະໂຕຣ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສະພານຸວົງ ໄດ້ສ້າງຮາກຖານໄວ້ນັ້ນ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເພີ່ມພູນຄູນສ້າງໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງສະຫາຍ, ອວຍພອນໃຫ້ ປະຊາຊົນ ກູບາ ອ້າຍນ້ອງຈົ່ງມີຄວາມສົມບູນພູນສຸກ, ຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາຄົບຮອບ 65 ປີ ເຊັ່ງດຽວກັນ.