ລາວ-ຫວຽດນາມ ສືບຕໍ່ປຶກສາຫາລືສົ່ງເສີມການພົວພັນຮ່ວມມືສອງຝ່າຍ

ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະ ບານໃນອະນາຄົດ (Shaping Future Governments)” ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ໃນວັນທີ 11 ກຸມພາ 2025, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ສອງຝ່າຍໄດ້ຕີລາຄາສູງຕໍ່ກົນໄກການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມ ທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ, ຊຶ່ງສອງຝ່າຍໄດ້ເຫັນດີຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິພາບ ແລະ ເປັນເອກະພາບຕໍ່ການຕີລາຄາ ການພົວ ພັນຮ່ວມມືສອງປະເທດ ໃນປີ 2024 ທີ່ຜ່ານມາ, ເຊິ່ງເລີ່ມແຕ່ຕົ້ນປີ 2025 ກໍ່ມີການເດີນ ທາງ ຢ້ຽຢາມ ສປປ ລາວ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ແລະ ໄດ້ຮ່ວມກັນເປັນປະທານກອງປະຊຸມຄະນະກຳມະ ການຮ່ວມມື ທະວິພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດ ນາມ ຄັ້ງທີ 47 ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ຖືວ່າ ເປັນ ການເລີ່ມຕົ້ນແຫ່ງການພົວພັນຮ່ວມມືສອງຝ່າຍ ຂອງປີ 2025 ເພື່ອໃຫ້ສອງປະເທດ ສູ້ຊົນໃນດ້ານຕ່າງໆບໍ່ວ່າຈະເປັນດ້ານ: ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມ ມືດ້ານເສດຖະກິດ, ການເຊື່ອມໂຍງພື້ນຖານເສດຖະກິດ ຂອງສອງປະ ເທດ ໃຫ້ໄດ້ດີກວ່າປີ 2024 ທີ່ຜ່ານມາ.
ສອງຝ່າຍເຫັນດີ ໃຫ້ສອງກະຊວງການຕ່າງປະເທດ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄືຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດພວກເຮົາ ແລະ ເຫັນດີຮ່ວມກັນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສາຍພົວພັນພິເສດ ລາວ-ຫວຽດ ນາມ ພ້ອມທັງເພີ່ມທະວີໃນການໂຄ ສະນາ, ເຜີຍແຜ່ສາຍພົວພັນດັ່ງກ່າວ ໃຫ້ປະຊາຊົນສອງປະເທດ ໄດ້ເຂົ້າໃຈກົກເຄົ້າ ແລະ ຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ທ່ານ ນາຍົກລັດຖະມົນ ຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນໍາ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າໃນໂອກາດປີໃໝ່ ຫວຽດນາມ (ເຕັດ) ແລະ ຫວັງວ່າ ຈະໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງໃນເວລາອັນໃກ້ນີ້.

