ຜູ້ຊ່ຽວຊານເຕືອນ ແຜ່ນດິນໄຫວຢູ່ເກຣັກຍັງບໍ່ຈົບ ແລະ ອາດພົບແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດໃນມໍ່ໆນີ້

       ຜູ້ຊ່ຽວຊານເຕືອນ ເຫດການແຜ່ນດິນໄຫວຮຸນແຮງຕໍ່ເນື່ອງຢູ່ເກາະຊານໂຕຣິນີ ແລະ ສະຖານທີ່ອື່ນໆຂອງເກຣັກຍັງບໍ່ຈົບ ແລະ ອາດເກີດແຜ່ນດິນໄຫວຄັ້ງໃຫຍ່ທີ່ສຸດມໍ່ໆນີ້.

      ທ່ານ ເຣມີ ບອສຊູ ເລຂາທິການສູນວິທະຍາແຜ່ນດິນໄຫວແຫ່ງເອີຣົບ-ເມດິເຕເຣນຽນ ກ່າວວ່າ: ຜູ້ຊ່ຽວຊານຈະຕ້ອງໃຊ້ເວລາຫລາຍວັນ ຫລື ອາດຫລາຍອາທິດ ຈຶ່ງຈະສາມາດປະເມີນເຫດການແຜ່ນດິນໄຫວທີ່ຜິດປົກກະຕິນີ້ໄດ້ ແລະ ກ່າວວ່າ: ໂດຍທົ່ວໄປແລ້ວ ການເກີດແຜ່ນດິນໄຫວຕໍ່ເນື່ອງເປັນຊຸດແບບນີ້ມັກເປັນສັນຍານເຕືອນກ່ອນເກີດແຜ່ນດິນໄຫວຂະໜາດໃຫຍ່.

       ປັດຈຸບັນທາງການເກຣັກປະກາດສະຖານະການສຸກເສີນຢູ່ເກາະຊານໂຕຣິນີ ພາຍຫລັງເກີດແຜ່ນດິນໄຫວຕໍ່ເນື່ອງໃນຫລາຍວັນຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ສະຖານທີ່ທ່ອງທ່ຽວຊື່ດັ່ງແຫ່ງນີ້ເກືອບຈະຢູ່ໃນສະພາບທີ່ບໍ່ມີນັກທ່ອງທ່ຽວ ແລະ ຜູ້ຢູ່ອາໄສ.

      ສໍາລັບແຜ່ນດິນໄຫວທີ່ຮຸນແຮງສຸດໃນຮອບນີ້ເກີດຂຶ້ນໃນວັນທີ 5 ກຸມພາຜ່ານມາ ໂດຍເປັນແຜ່ນດິນໄຫວແມກນິຈູດ 5.2 ທີ່ສ້າງແຮງສັ່ນສະເທືອນໄປທົ່ວເກາະ ແລະ ຍັງເປັນຄັ້ງທໍາອິດທີ່ມີແຮງສັ່ນສະເທືອນເກີນລະດັບ 5 ນັບແຕ່ເລີ່ມເກີດແຜ່ນດິນໄຫວຕໍ່ເນື່ອງມາແຕ່ອາທິດຜ່ານມາ.

       ທັງນີ້, ເກາະຊານໂຕຣິນີຕັ້ງຢູ່ໃກ້ກັບແນວຮອຍຕໍ່ຂອງແຜ່ນເປືອກໂລກອາຟຣິກາ ແລະ ຢູເຣຊີ ຈຶ່ງມັກເກີດແຜ່ນດິນໄຫວ, ແຕ່ເຖິງຢ່າງໃດຈະບໍ່ຄ່ອຍຮຸນແຮງ ແລະ ເກີດຕໍ່ເນື່ອງດົນແບບນີ້ ໂດຍນອກຈາກເກາະຊານໂຕຣິນີແລ້ວ ເກາະອາມໍກອສ ແລະ ອີອອສທີ່ຢູ່ໃກ້ຄຽງກໍໄດ້ຮັບແຮງສັ່ນສະເທືອນເຊັ່ນກັນ.

        ທ່ານ ບອສຊູ ອະທິບາຍວ່າ: ການເກີດຝູງແຜ່ນດິນໄຫວ (Earthquake Swarm) ຫລື ການເກີດແຜ່ນດິນໄຫວຕໍ່ເນື່ອງຫລາຍວັນຢູ່ເກາະຊານໂດຣິນີນັ້ນ ເປັນປາກົດການທີ່ຜິດປົກກະຕິ ເພາະໂດຍທົ່ວໄປແລ້ວແຜ່ນດິນໄຫວທໍາມະດາຈະເກີດຂຶ້ນໃນເວລາອັນສັ້ນ ໂດຍເປັນແຜ່ນດິນໄຫວຂະໜາດໃຫຍ່ ແລະ ຕາມມາແມ່ນອັບເຕີຊ໊ອກ ເຊິ່ງຫລຸດລົງຕາມເວລາດ້ານຂະໜາດ ແລະ ຄວາມຖີ່.

       ແຜ່ນດິນໄຫວຫລາຍຮ້ອຍຄັ້ງເຊິ່ງເກີດຂຶ້ນຢູ່ເກາະຊານໂຕຣິນີຊໍ້າຕໍ່ເນື່ອງເປັນເວລາລາຍວັນມີແມກນິຈູດປະມານ 3 ເຊິ່ງຖືເປັນແຜ່ນດິນໄຫວລະດັບເບົາ, ສ່ວນໃນວັນທີ 5 ກຸມພາ ຢູ່ລະດັບຫລາຍກວ່າ 5 ຖືວ່າເປັນແຜ່ນດິນໄຫວປານກາງ ແລະ ແຜ່ນດິນໄຫວຢ່າງໜ້ອຍ 5 ຄັ້ງທີ່ມີຂະໜາດ 4 ຂຶ້ນໄປ ເຊິ່ງຖືວ່າເປັນລະດັບເບົາ.

      ທ່ານ ບອສຊູ ອະທິບາຍວ່າ: ພຶດຕິກໍາແບບນີ້ອາດເປັນຟໍຊ໊ອກ ຫລື ແຜ່ນດິນໄຫວທີ່ເກີດຂຶ້ນກ່ອນເຫດການແຜ່ນດິນໄຫວຂະໜາດໃຫຍ່ ເຊິ່ງໝາຍຄວາມວ່າ: ແຜ່ນດິນໄຫວຮຸນແຮງທີ່ສຸດອາດຍັງບໍ່ເກີດຂຶ້ນ.

      ຂະນະທີ່ແຜ່ນດິນໄຫວຍັງດໍາເນີນຕໍ່ເນື່ອງ, ທ່ານ ຄີຣີກອສ ມິດໂຊຕາກິສ ນາຍົກລັດຖະມົນຕີເກຣັກ ເດີນທາງໄປເກາະຊານໂຕຣິນີ ໃນເຊົ້າວັນທີ 7 ກຸມພາ ເພື່ອກວດສອບການກຽມຄວາມພ້ອມຮັບມືສະຖານະການສຸກເສີນ.

      ເຖິງວ່າປັດຈຸບັນຈະຍັງບໍ່ເຖິງລະດູການທ່ອງທ່ຽວ, ແຕ່ເກາະຊານໂຕຣິນີຖືເປັນຈຸດໝາຍປາຍທາງຍອດນິຍົມ ໂດຍດຶງດູດນັກທ່ອງທ່ຽວໄດ້ຫລາຍກວ່າ 3.4 ລ້ານຄົນຕໍ່ປີ ແລະ ຍັງເປັນທີ່ຢູ່ຂອງຜູ້ອາໄສຖາວອນກວ່າ 20,000 ຄົນ ໂດຍຄາດວ່າປັດຈຸບັນມີປະຊາຊົນປະມານ 11,000 ຄົນອົບພະຍົບອອກຈາກເກາະແລ້ວ.

ອ້າງອີງ: