ອາເມລິກາປະນາມ ສປປ ເກົາຫລີ ຍິງລູກສອນໄຟບໍ່ຢຸດໃນເດືອນມັງກອນ ແຕ່ຢືນຢັນຍັງພ້ອມເຈລະຈາກັບພຽງຢາງ

ອາເມລິກາປະນາມ ສປປ ເກົາຫລີ ຍິງລູກສອນໄຟບໍ່ຢຸດໃນໄລຍະເດືອນມັງກອນ ແຕ່ຍັງເປີດກວ້າງພ້ອມເຈລະຈາກັບລັດຖະບານພຽງຢາງ.

ວັນທີ 27 ມັງກອນ 2022, ສຳນັກຂ່າວຢອນຮັບລາຍງານວ່າ: ກະຊວງຕ່າງປະເທດອາເມລິກາສະແດງຄວາມຄິດເຫັນຕໍ່ການຍິງລູກສອນໄຟຂອງ ສປປ ເກົາຫລີ ເຊິ່ງເກີດຂຶ້ນຢ່າງໜ້ອຍ 6 ຄັ້ງໃນເດືອນມັງກອນ ໂດຍການຍິງຄັ້ງຫລ້າສຸດມີຂຶ້ນໃນເຊົ້າວັນທີ 27 ມັງກອນນີ້ວ່າ: “ເປັນການລະເມີດມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຊ້ຳແລ້ວຊ້ຳອີກ ແລະ ເປັນໄພຄຸກຄາມຕໍ່ປະເທດໃກ້ຄຽງ ແລະ ປະຊາຄົມໂລກ”.

ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງຈາກຄະນະເສນາທິການຮ່ວມຂອງ ສ.ເກົາຫລີ (JCS) ເປີດເຜີຍວ່າ: ສປປ ເກົາຫລີ ໄດ້ຍິງລູກສອນໄຟໄລຍະໃກ້ 2 ລູກໄປທາງຕາເວັນອອກສຽງເໜືອລົງສູ່ທະເລຍີ່ປຸ່ນໃນເຊົ້າວັນທີ 27 ມັງກອນນີ້ ຖືເປັນການຍິງລູກສອນໄຟຄັ້ງທີ 2 ໃນຮອບອາທິດ ຫລັງຈາກຫາກໍຍິງລູກສອນໄຟ 2 ລູກໄປໃນວັນທີ 25 ມັງກອນ.

ກ່ອນໜ້ານີ້, ທ່ານ ຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດອາເມລິກາ ຫລື ເພນຕາກອນ ໄດ້ອອກມາລະບຸວ່າ: ອາເມລິກາ ແລະ ປະເທດພັນທະມິດກຳລັງວິເຄາະລັກສະນະການຍິງຂອງລູກສອນໄຟເມື່ອວັນທີ 25 ມັງກອນ ເພື່ອຢືນຢັນປະເພດຂອງລູກສອນໄຟ.

ເຖິງຢ່າງໃດກໍຕາມ, ທ່ານ ເຄີບີ ຢືນຢັນວ່າ: ອາເມລິກາຍັງມຸ່ງໝັ້ນຈະໃຊ້ວິທີການທາງການທູດກັບ ສປປ ເກົາຫລີ ພ້ອມຮຽກຮ້ອງໃຫ້ ສປປ ເກົາຫລີ ກັບຄືນສູ່ໂຕະເຈລະຈາ ເຖິງວ່າທ່ານ ກິມຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ຈະບໍ່ຕອບສະໜອງຕໍ່ຂໍ້ຮຽກຮ້ອງດັ່ງກ່າວມາແຕ່ປະທານາທິບໍດີ ໂຈ ໄບເດນ ເຂົ້າຮັບຕຳແໜ່ງ.

ອ້າງອີງ:

https://en.yna.co.kr/view/AEN20220127007400325