ເມືອງຮົ່ມເປີດຂະບວນການ ແຂ່ງຂັນກິລາຊາວໜຸ່ມ-ໄວໜຸ່ມ

ເພື່ອສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຊຸກຍູ້ວຽກງານ 3 ສ້າງຕາມທິດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແນໃສ່ເຮັດໃຫ້ໄວໜຸ່ມລາວ ຫ່າງຈາກສິ່ງເສບຕິດ, ດັ່ງນັ້ນ ເມືອງຮົ່ມ ຈຶ່ງໄດ້ເປີດຂະບວນການແຂ່ງຂັນກິລາຊາວໜຸ່ມ-ໄວໜຸ່ມ 7 ບ້ານ, ຂຶ້ນເມື່ອອາທິດຜ່ານມານີ້, ທີ່ໂຮງຮຽນ ມສ ຜາລະແວກ, ເມືອງຮົ່ມ ແຂວງໄຊສົມບູນ, ໂດຍການເປັນປະທານຂອງທ່ານເຈົ້າເມືອງ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ທິມນັກກິລາເຂົ້າຮ່ວມ 5 ປະເພດກິລາດ້ວຍກັນຄື: ບານເຕະ, ເປຕັງ, ໝາກຂ່າງ, ເປົ່າແຄນ ແລະ ດຶງເຊືອກຈາກບ້ານຮົ່ມທາດ, ບ້ານຜາລະແວກ, ບ້ານນ້ຳຄຽນ, ບ້ານຫ້ວຍຊາຍ, ບ້ານພູງູ, ບ້ານພູກະທະ ແລະ ບ້ານນ້ຳທວາຍ. ໃນນັ້ນ ກິລາບານເຕະມີ 6 ທີມຄື: ກິລາເປຕັງ ມີ 9 ທີມ, ກິລາໝາກຂ່າງ ມີ 8 ທີມ, ເປົ່າແຄນ ມີ 2 ທີມ ແລະ ກິລາດຶງເຊືອກ ມີ 6 ທີມ.
ທ່ານຫົວໜ້າຫ້ອງການຊາວໜຸ່ມ ເມືອງຮົ່ມ ໃຫ້ຮູ້ວ່າ: ການແຂ່ງຂັນກິລາຄັ້ງນີ້ໄດ້ ເລີ່ມແຕ່ວັນທີ 23 ພະຈິກ-13 ທັນວານີ້, ເພື່ອສຸຂະພາບດີ, ຫ່າງໄກຈາກສິ່ງເສບຕິດ ແລະ ມີຄວາມກ້າວໜ້າໃນການສຸມສະຕິປັນຍາເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເທື່ອລະກ້າວ.

