ອາເມລິກາຮຽກຮ້ອງປະຊາຄົມໂລກ ຕັດການພົວພັນກັບ ສປປ ເກົາຫລີ

ອາເມລິກາຮຽກຮ້ອງຜ່ານເວທີສະຫະປະຊາຊາດ ຂໍໃຫ້ປະຊາຄົມໂລກ ໂດຍສະເພາະຈີນ ຢຸດການຮ່ວມມືທຸກດ້ານກັບ ສປປ ເກົາຫລີ, ແຕ່ເຕືອນວ່າ ຖ້າຕ້ອງເຮັດ “ສົງຄາມ” ກັບອີກຝ່າຍແທ້ ລັດຖະບານພຽງຢາງຈະຕ້ອງເປັນຝ່າຍລົ້ມສະຫລາຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 29 ພະຈິກວ່າ: ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດອາເມລິກາປະຈຳສະຫະປະຊາຊາດ (UN) ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໃນວັນທີ 29 ພະຈິກວ່າ: ການທີ່ລູກສອນໄຟຂ້າມທະວີບ (ICBM) ຕິດຫົວຮົບນິວເຄຼຍຂອງ ສປປ ເກົາຫລີ ມີໄລຍະການຄວບຄຸມທົ່ວແຜ່ນດິນອາເມລິກາ ຖືເປັນການຊຸກຍູ້ໃຫ້ລັດຖະບານວໍຊິງຕັນເຂົ້າໃກ້ “ສົງຄາມ” ກັບອີກຝ່າຍ “ໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ”. ທັງນີ້ນາງ ເຮລີ ຢືນຢັນວ່າ: ອາເມລິກາບໍ່ເຄີຍຕ້ອງການເຮັດສົງຄາມກັບ ສປປ ເກົາຫລີ, ແຕ່ຖ້າສະຖານະການ “ຈຳເປັນ” ຕ້ອງເກີດຂຶ້ນ ຖືວ່າເປັນຜົນຈາກ “ຄວາມແຂງກະດ້າງ” ຂອງ ສປປ ເກົາຫລີ ເອງ, ພ້ອມທັງເຕືອນວ່າ: ສົງຄາມທີ່ເກີດຂຶ້ນຈະນຳໄປສູ່ການລົ້ມສະຫລາຍຂອງລັດຖະບານພຽງຢາງ.
ຂະນະດຽວກັນ, ນາງ ເຮລີ ຮຽກຮ້ອງໃຫ້ປະຊາຄົມໂລກຢຸດການພົວພັນ ທັງທາງການທູດ ແລະ ການຄ້າກັບ ສປປ ເກົາຫລີ ເຊິ່ງນາງກ່າວວ່າ: ປະທານາທິບໍດີ ໂດນັນ ທຣຳ ໄດ້ໂທລະສັບເຖິງປະທານປະເທດ ສີ ຈິ້ນຜິງ ວ່າສະຖານະການຢູ່ແຫລມເກົາຫລີໃນຕອນນີ້ ມາເຖິງຈຸດທີ່ລັດຖະບານປັກກິ່ງຕ້ອງຢຸດການສົ່ງອອກນ້ຳມັນດິບ ແລະ ຜະລິດຕະພັນປິໂຕຣລຽມໄປ ສປປ ເກົາຫລີ “ຢ່າງເດັດຂາດ”, ສ່ວນຝຣັ່ງ, ສ.ເກົາຫລີ ແລະ ຍີ່ປຸ່ນ ຮຽກຮ້ອງໃຫ້ UNSC ເພີ່ມມາດຕະການຂວ້ຳບາດຕໍ່ລັດຖະບານພຽງຢາງອີກ, ສ່ວນຣັດເຊຍ ແລະ ຈີນ ເຊິ່ງເປັນ 2 ໃນ 5 ປະເທດສະມາຊິກຖາວອນຂອງ UNSC ຮ່ວມປະນາມການຍິງລູກສອນໄຟຂອງ ສປປ ເກົາຫລີ, ແຕ່ຍັງຢືນຢັນແນວຄິດຂອງການໃຫ້ອາເມລິກາ ແລະ ສ.ເກົາຫລີ ຢຸດການຊ້ອມຮົບ ເພື່ອໃຫ້ລັດຖະບານພຽງຢາງຢຸດໂຄງການນິວເຄຼຍ.

