ປະທານອົງການກວດກາແຫ່ງລັດ ເນັ້ນການຕິດຕາມ-ກວດກາ ການຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ

ໃນກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ເພີ່ມທະວີການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ ໂດຍສຸມໃສ່ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຕິດພັນກັບການເຄົາລົບ ປະຕິບັດລັດຖະທໍາມະນູນ, ບັນດາກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ, ສຸມໃສ່ຕິດຕາມ-ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະ ຊັບພະຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນຕ່າງໆຂອງລັດ, ການປະຕິບັດນະໂຍບາຍປະຢັດຂອງລັດ ແລະ ອື່ນໆ.
ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອອັດຊ່ອງວ່າງທີ່ຈະນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ; ໃຫ້ຄະນະພັກທຸກຂັ້ນສືບຕໍ່ນໍາພາ-ຊີ້ນໍາເອົາໃຈໃສ່ຕິດຕາມ-ກວດກາການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ກໍຄື 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນໃນທ້າຍສະໄໝ ຂອງກອງປະຊຸມໃຫຍ່ ໃຫ້ຮັບປະກັນເນື້ອໃນຈິດໃຈທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່;
ໃຫ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ IV ໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງຂອງສູນກາງພັກ, ນໍາເອົາເນື້ອໃນກອງປະຊຸມກວດກາທົ່ວປະເທດໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂະບວນການວຽກງານຕົວຈິງຢ່າງແຂງແຮງ, ບັນດາຄະນະກວດກາກະຊວງ-ອົງການ ແລະ ແຂວງ-ນະຄອນຫລວງວຽງຈັນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມ ກໍຄື ບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະຂອງການເຄື່ອນໄຫວນຳພາ-ຊີ້ນຳ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດ ກໍແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ;
ໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍປັບປຸງພາລະບົດບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະ ລາກອນ ແຕ່ລະຕໍາແໜ່ງງານໃຫ້ຈະແຈ້ງ ຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 379 ແລະ ກົດໝາຍວ່າດ້ວຍການກວດກາລັດ ສົມທົບການກໍ່ສ້າງ-ຝຶກອົບຮົມຕາມຫລັກສູດ ແລະ ການຈັດຕັ້ງສໍາມະນາຖອດບົດຮຽນຈາກພຶດຕິກໍາຕົວຈິງ; ເອົາໃຈໃສ່ສຶກສາອົບຮົມການ ເມືອງ ນຳພາແນວຄິດ ຕິດພັນກັບການຄຸ້ມຄອງການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານ ເພື່ອຮັບປະກັນຄວາມໂປ່ງໃສໃນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານກວດກາ ເມື່ອມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງເປັນເຈົ້າການກວດກາແກ້ໄຂຢ່າງທັນການ ແລະ ຂາດຕົວ ແລະ ບໍ່ລໍຖ້າ ຫລື ເອື່ອຍອີງຂັ້ນເທິງອີກ.

