ຮອງລັດຖະມົນຕີກະຊວງສຶກສາ ລົງຢ້ຽມຢາມ-ຊຸກຍູ້ໂຄງການອາຫານທ່ຽງໃນໂຮງຮຽນ ເມືອງມະຫາໄຊ ແຂວງຄຳມ່ວນ

ວັນທີ 29 ພະຈິກ 2022, ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບັນດາທ່ານຄະນະຮັບຜິດຊອບ ໂຄງການອາຫານທ່ຽງໃນໂຮງຮຽນຂັ້ນແຂວງ, ເມືອງ ແລະ ຕາງໜ້າການນໍາເມືອງມະຫາໄຊ ແຂວງຄຳມ່ວນ ພ້ອມຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ໂຮງຮຽນມູນລະປະຖົມ ໂພນໄລ່, ໂຮງຮຽນປະຖົມບ້ານດ້າງ ແລະ ບ້ານນາກອກ ເມືອງມະຫາໄຊ ເຊິ່ງນອນໃນຈຳນວນ 35 ໂຮງຮຽນຂອງເມືອງມະຫາໄຊ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກໂຄງການສົ່ງເສີມອາຫານທ່ຽງ ໂດຍການສະໜັບສະໜູນຂອງອົງການບັນເທົາທຸກກາໂຕລິກ (CRS), ທີ່ມີໄລຍະຈັດຕັ້ງປະຕິບັດ 2021–2025.

ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຟັງລາຍງານກ່ຽວກັບການປະຕິບັດໂຄງການອາຫານທ່ຽງຂອງໂຮງຮຽນໃນໄລຍະຜ່ານມາໂດຍຫຍໍ້, ໄດ້ສະແດງໃຫ້ເຫັນຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງ ພ້ອມທັງແຜນປະຕິບັດໃນຕໍ່ໜ້າ ຈາກຄະນະຮັບຜິດຊອບຂອງໂຮງຮຽນ, ເປັນຕົ້ນການສະໜອງອາຫານ, ກິດຈະກຳປຸກສ້າງ, ການແຕ່ງກິນ ແລະ ວຽກສວນຄົວ.

ພ້ອມທັງຮຽກຮ້ອງມາຍັງຄະນະນໍາຂອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຄະນະຮັບຜິດຊອບໂຄງການ ຈົ່ງເປັນເຈົ້າການສືບຕໍ່ຊີ້ນຳ-ນໍາພາ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ໄດ້ຮັບການເຄື່ອນໄຫວຢ່າງປົກກະຕິຕໍ່ເນື່ອງ, ຄຽງຄູ່ກັນນັ້ນອຳນາດການປົກຄອງບ້ານຈົ່ງໄດ້ພ້ອມກັນສາມັກຄີ ປະກອບສ່ວນຊ່ວຍເຫລືອຊຸກຍູ້ສົ່ງເສີມ, ສຸມໃສ່ໃນການຜະລິດການເຮັດສວນຄົວ, ປູກຝັງ-ລ້ຽງສັດ ເພື່ອປະກອບສ່ວນເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.