ສະເປນຊ໌ ຕັ້ງເປົ້າຄວ້າສາຍແອວແຊ້ມຮຸ່ນເວລເຕີເວດໃຫ້ຄົບ 4 ເສັ້ນ

ຖືວ່າເປັນໂອກາດຄັ້ງໃຫຍ່ຂອງ ເອີໂຣລ ສະເປນຊ໌  ນັກມວຍຊາວອາເມຣິກາ ຕັ້ງເປົ້າຫວັງເປັນເຈົ້າຂອງສາຍແອວແຊ້ມຮຸ່ນເວລເຕີເວດ ໃຫ້ຄົບ 4 ເສັ້ນພ້ອມທັງຂໍຂຶ້ນເປັນນັກມວຍເບີ 1 ຂອງໂລກ.ປັດຈຸບັນ ສະເປນຊ໌ ອາຍຸ 30 ປີ ຄອງສາຍແອວແຊ້ມຮຸ່ນເວລເຕີເວດແລ້ວຄື ສະພາມວຍໂລກ

( ດັບເບິລຢູບີຊີ ) ແລະ ສະຫະພັນມວຍນາໆຊາດ (ໄອບີເອັຟ ) ຈາກສະຖິຕິການຊົກ 26 ໄຟທ໌ຊະນະລວດ ( ຊະນະນ້ອກ 21 ໄຟທ໌ )