ແຂວງອຸດົມໄຊ ທຳລາຍສວນຝິ່ນເນື້ອທີ່ ເຄິ່ງເຮັກຕາ

ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 18 ມັງກອນ 2025 ຜ່ານມານີ້, ພະແນກ ກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສົມທົບກັບ ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ເຂດບ້ານຢ້າວໃຫຍ່ ເມືອງໄຊ ແຂວງ ອຸດົມໄຊ, ຈໍານວນ 2 ຕອນ, ເນື້ອທີ່ປະມານ 0,5 ເຮັກຕາ.

ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ຮຽກຮ້ອງທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນຮ່ວມຊ່ວຍກັນຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ເຮັດໃຫ້ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນສັງຄົມຫລຸດນ້ອຍຖອຍລົງເທື່ອລະກ້າວ.

ທີ່ມາ: ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ