ປະທານປະເທດ ເນັ້ນບາງບັນຫາໃຫ້ການນໍາ ແຂວງສາລະວັນ ເພີ່ມທະວີຄວາມເອົາໃຈໃສ່

ວັນທີ 15 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍໄດ້ພົບປະໂອ້ລົມການນໍາຂອງແຂວງສາລະວັນ ໂດຍໄດ້ເນັ້ນບາງບັນຫາທີ່ສຳຄັນຕໍ່ຄະນະພັກ-ຄະນະນຳຂອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມພາຍໃນແຂວງ ກໍຄື ເມືອງ ເຊິ່ງໄດ້ສ້າງເງື່ອນໄຂໃຫ້ກັບປະຊາຊົນ ມີການພັດທະນາ, ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະບັນດາພື້ນຖານໂຄງລ່າງ ໄດ້ອໍານວຍຄວາມສະດວກຫລາຍດ້ານ.

ໂອກາດດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳຂອງແຂວງເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດໃນປັດຈຸບັນ ແລະ ຖືສຳຄັນຕໍ່ວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ປະຊາຊົນບັນດາເຜົ່າ ມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ທີ່ມີຄວາມພະຍາຍາມເອົາໃຈໃສ່ໃນທຸກໄລຍະ; ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນທໍາການຜະລິດ, ນຳເອົາບົດຮຽນ, ເຕັກນິກວິທີການປູກ-ການລ້ຽງ ໃຫ້ລົງເຖິງກະສິກອນໃຫ້ຫລາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງ, ຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຊຸກຍູ້ສົ່ງເສີມລູກຫລານ ໃນເກນອາຍຸໄດ້ເຂົ້າຮຽນ, ຄຽງຄູ່ກັບການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ເອົາໃຈໃສ່ຄົ້ນຄວ້າຢ່າງເລິກເຊິ່ງ, ລະອຽດ, ຈະແຈ້ງ ແລະ ມີເປົ້າໝາຍ ໃນການກໍານົດການສ້າງຕາແສງ.

ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໄດ້ລາຍງານການຈັດຕັ້ງປະຕິ ບັດວຽກງານຮອບດ້ານ ໂດຍສັງເຂບວ່າ: ແຂວງສາລະວັນ ມີຄວາມສະຫງົບ-ຄວາມເປັນລະບຽບ ຮຽບຮ້ອຍດີ ໂດຍພື້ນຖານໄດ້ເອົາໃຈໃສ່ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ເພີ່ມທະວີການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນຂອງທົ່ວປວງຊົນຢ່າງກວ້າງຂວາງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 8.488 ຕື້ກີບ, ເທົ່າກັບ 99.39% ຂອງແຜນການ, ອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 6.1%, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 285.63 ຕື້ກີບ ເທົ່າກັບ 135.13% ຂອງແຜນດັດແກ້. ພ້ອມນັ້ນ, ກໍໄດ້ຊຸກຍູ້ວຽກງານສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ອັນພົ້ນເດັ່ນໄດ້ສຸມໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງຊື່ສຽງໃຫ້ແກ່ຜະລິດຕະພັນປີ້ງໄກ່ນາປົ່ງ ດ້ວຍການປັບປຸງຄຸນນະພາບ ເລັ່ງໃສ່ການແປຮູບບັນຈຸໃສ່ຖົງ ແລະ ສາມາດສົ່ງຂາຍໄປຕ່າງແຂວງ ຫລື ຕ່າງປະເທດ, ທັງໄດ້ຊຸກຍູ້ກຸ່ມການຜະລິດ, ເຮັດທົດລອງໂຄງການຊາວນາຮັ່ງມີ, ປັບປຸງນາໄຮ່ໃຫຍ່ຢູ່ເມືອງຄົງເຊໂດນ.

ສໍາລັບ ການຈັດມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ແມ່ນມີຜົນສໍາເລັດຕາມຄາດໝາຍ ເຊິ່ງສາມາດຍາດໄດ້ທັງໝົດ 48 ຫລຽນ ຄື: ຫລຽນຄໍາ 12 ຫລຽນ, ຫລຽນເງິນ 20 ຫລຽນ, ຫລຽນທອງ 16 ຫລຽນ, ຈັດເປັນອັນດັບ 3 ໃນທົ່ວປະເທດ. ພ້ອມນີ້ ຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາ ການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມ, ຍົກສູງຄຸນນະພາບການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ; ເອົາໃຈໃສ່ປັບປຸງສະຖານທີ່ບໍລິການດ້ານສາທາລະນະສຸກ, ຍົກລະດັບຄວາມຮູ້ໃຫ້ແພດໝໍ, ໄດ້ຮັບຮອງ ແລະ ປະກາດລຳສາລະວັນ ເປັນມໍຣະດົກລະດົກແຫ່ງຊາດ ລະດັບທ້ອງຖິ່ນ ປະເພດນາມມະທຳ ແລະ ຄວາມຄືບໜ້າໃນການກະກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ. ປັດຈຸບັນ, ອົງຄະນະພັກເມືອງຕະໂອ້ຍ ໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ຂອງຕົນ.