ສະຫວັນນະເຂດ ເປີດປະມູນຖ່ານດຳດັງໄຟ 470.000 ໂຕນ ເພື່ອມອບເງິນເຂົ້າງົບປະມານ

ເລີ່ມແຕ່ ວັນທີ 24 – 30 ມັງກອນ 2024ນີ້ , ພາສີປະຈໍາແຂວງສະຫວັນນະເຂດ ຈະໄດ້ນໍາເອົາສິນຄ້າ ປະເພດ ຖ່ານດໍາດັງໄຟ ຈໍານວນ 470.000ໂຕນ (19.000 ເປົາ ), ທີ່ໄດ້ອະ ນຸມັດຕົກເປັນຂອງລັດ ອອກປະມູນຂາຍ ເພື່ອນໍາເງິນມອບເຂົ້າງົບປະມານຕາມລະບຽບກົດໝາຍ,
ສໍາລັບເງື່ອນໄຂຜູ້ເຂົ້າຮ່ວມປະມູນຊື້ຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ມີໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຖ່ານດັງໄຟ ແລະ ມີໃບອະນຸຍາດຖືກຕ້ອງ, ຄົບຖ້ວນຕາມລະບຽກົດໝາຍ ຂອງ ສປປ.ລາວ ທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ, ບັນດາບຸກຄົນ,ນິຕິບຸກຄົນ ພາຍໃນແຂວງ ແລະ ຕ່າງແຂວງ ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າໄປພົວພັນນໍາ ຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ສະຖານທີ່ຕັ້ງຢູ່ຫ່າງຈາກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ2 ປະມານ 2 km, ຕາມວັນລັດຖະການ, ຖ້າກາຍ ກໍານົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກໍານົດມື້ເປີດຊອງ ວັນທີ31 ມັງກອນ 2024 ເວລາ 9:30 ໂມງ.

