ທ່ານທອງລຸນ ສີສຸລິດ ລົງຢ້ຽມຢາມພົບປະໂອ້ລົມ ພະນັກງານ ແລະ ປະຊາຊົນຊາວເມືອງນາກາຍ ແຂວງຄໍາມ່ວນ

ວັນທີ 16 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະຕິດຕາມຈາກສູນກາງ ລົງມາພົບປະໂອ້ລົມພະນັກງານ ແລະ ປະຊາຊົນ ເມືອງນາກາຍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.

ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກທຸກຂັ້ນ ກໍຄືພະນັກງານ ແລະ ປະຊາຊົນຊາວເມືອງນາກາຍ ຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ເຊິ່ງສະແດງອອກບັນດາຄາດ ໜາຍທີ່ວາງໄວ້ແມ່ນຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.

ນີ້ທ່ານຍັງໄດ້ແນະນໍາບາງວຽກງານຕື່ມອີກ ເປັນຕົ້ນ: ເອົາໃຈໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ແລະ ປະຊາຊົນຢ່າງທົ່ວເຖິງ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນຢາເສບຕິດບໍ່ໃຫ້ເຂົ້່າສູ່ລຸກຫລານຊາວຫນຸ່ມ; ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງເມືອງ ເຂົ້າໃນການພັດທະນາ ເປັນຕົ້ນດ້ານກະສິກໍາ, ການບໍລິການ, ການທ່ອງທ່ຽວ, ສ້າງລາຍຮັບໃຫ້ປະຊາຊົນ; ປົກປັກຮັກສາປ່າໄມ້, ຮັກສາສິ່ງແວດລ້ອມທໍາມະຊາດ ໃນເຂດປ່າສະຫງວນນາກາຍ-ນໍ້າເທີນ; ສົ່ງເສີມການສຶກສາ ໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ, ປັບປຸງຮາກຖານການເມືອງ ກໍຄືການປົກຄອງຂັ້ນຮາກຖານໃຫ້ເຂັ້ມແຂງ, ຍູ້ຂະບວນການກະກຽມ ແລະ ດຳເນີນກອງປະຊຸມອົງຄະນະພັກເມືອງໃຫ້ມີຜົນສໍາເລັດ; ສະແດງຄວາມເຊື່ອຫມັ້ນ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຂວງ, ຄະນະພັກເມືອງ ຈະເຮັດໃຫ້ເມືອງນາກາຍ ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.