ກະຊວງແຮງງານ ສືບຕໍ່ຈ່າຍເງິນອຸດໜູນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມຖະແຫລງຂ່າວກັບຄະນະສະເພາະກິດ ໃນວັນທີ 19 ພະຈິກນີ້ວ່າ: ກະຊວງແຮງງານຍັງສືບຕໍ່ປະຕິບັດນະໂຍບາຍຊ່ວຍເຫລືອຜູ້ປະກັນຕົນຢູ່ບັນດາຫົວໜ່ວຍວິສາຫະກິດຕ່າງໆທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນບ້ວງເງິນອຸດໜູນວ່າງງານ ເຊິ່ງສັງລວມແລ້ວ, ນັບແຕ່ ປີ 2020 ຫາ ປີ 2021 ໄດ້ເບີກຈ່າຍໃຫ້ຜູ້ປະກັນຕົນທັງຫມົດຢູ່ໃນ898 ບໍລິສັດ, ມີຈຳນວນ 51.599 ເທື່ອຄົນ, ຍິງ 33.613 ເທື່ອຄົນ ເປັນເງິນຫລາຍກ່ວາ 43 ຕື້ກີບແລະ ກະຊວງແຮງງານຍັງສືບຕໍ່ປະຕິບັດນະໂຍບາຍດັ່ງກ່າວຕື່ມອີກຄື:

อาจเป็นรูปภาพของ หนึ่งคนขึ้นไป และ ข้อความพูดว่า "ะสะเพาะภัด ถอบถุ ations Ce er for CO"

1). ສືບຕໍ່ຈ່າຍເງິນອຸດໜູນຫວ່າງງານໂດຍສະເພາະຜູ້ອອກແຮງງານໃນວິສາຫະກິດທີ່ຖືກສັ່ງໃຫ້ປິດກິດຈະການຊົ່ວຄາວທີ່ເຄີຍໄດ້ຮັບອຸດໜູນວ່າງງານມາໃນປີ 2021 ຕື່ມ 3 ເດືອນ ແຕ່ເດືອນ 8-10 ປີ2021 ແລະ ຜູ້ອອກແຮງງານໃນວິສາຫະກິດທີ່ຖືກສັ່ງໃຫ້ປິດກິດຈະການຊົ່ວຄາວ ທີ່ບໍ່ເຄີຍໄດ້ຮັບອຸດໜູນວ່າງງານມາໃນປີ 2021 ຕື່ມ 4 ເດືອນ ແຕ່ເດືອນ 9-12 ປີ2021.

2). ໂຈະການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຂອງບັນດາວິສາຫະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຮອດເດືອນ 10 ປີ 2021.

3). ໂຈະການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມຂອງຜູ້ປະກັນຕົນສະມັກໃຈຕື່ມ 1 ເດືອນ.

4). ສືບຕໍ່ຈ່າຍອຸດໜູນປ່ວຍການໃຫ້ຜູ້ປະກັນຕົນ ທີ່ພັກປິ່ນປົວຍ້ອນການຕິດເຊື້ອໂຄວິດ-19, ລາຍລະອຽດໃຫ້ໄປພົວພັນນຳອົງການປະກັນສັງຄົມແຫ່ງຊາດ ແລະ ຂັ້ນທ້ອງຖິ່ນຕ່າງໆ. ໃນໂອກາດນີ້ກໍຂໍຮຽກຮ້ອງໃຫ້ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຊ່ວຍ ສ້າງເງື່ອນໄຂໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຈັດຕັ້ງປະຕິບັດກົດ       ຫມາຍວ່າດ້ວຍການປະກັນສັງຄົມ ກໍຄືການເຂົ້າເປັນສະມາຊິກຂອງກອງທຶນປະກັນສັງຄົມ. 1). ສືບຕໍ່ຈ່າຍເງິນອຸດໜູນວ່າງງານໂດຍສະເພາະຜູ້ອອກແຮງງານໃນວິສາຫະກິດທີ່ຖືກສັ່ງໃຫ້ປິດກິດຈະການຊົ່ວຄາວທີ່ເຄີຍໄດ້ຮັບອຸດໜູນວ່າງງານມາໃນປີ 2021 ຕື່ມ 3 ເດືອນ ແຕ່ເດືອນ 8-10 ປີ2021 ແລະ ຜູ້ອອກແຮງງານໃນວິສາຫະກິດທີ່ຖືກສັ່ງໃຫ້ປິດກິດຈະການຊົ່ວຄາວ ທີ່ບໍ່ເຄີຍໄດ້ຮັບອຸດໜູນວ່າງງານມາໃນປີ 2021 ຕື່ມ 4 ເດືອນ ແຕ່ເດືອນ 9-12 ປີ2021.

2). ສືບຕໍ່ໂຈະການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຂອງບັນດາວິສາຫະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຮອດເດືອນ 10 ປີ 2021.

3). ສືບຕໍ່ໂຈະການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມຂອງຜູ້ປະກັນຕົນສະມັກໃຈຕື່ມ 1 ເດືອນ.