ອາເມລິກາຍົກເລີກບັງຄັບໃສ່ຜ້າປິດປາກ ເວລາໃຊ້ບໍລິການລະບົບຂົນສົ່ງສາທາລະນະ ຫລັງສານຕັດສິນຖອນຄຳສັ່ງລັດຖະບານ

ສານອາເມລິກາມີຄຳພິພາກສາວ່າການບັງຄັບໃສ່ຜ້າປິດປາກໃນລະບົບຂົນສົ່ງສາທາລະນະຂອງລັດຖະບານບໍ່ຖືກດ້ວຍກົດໝາຍ, ຫລາຍສາຍການບິນປະກາດຍົກເລີກຂໍ້ບັງຄັບແລ້ວ.

ວັນທີ 19 ເມສາ 2022, ສຳນັກຂ່າວຊີເອັນເອັນ (CNN) ລາຍງານວ່າ: ຜູ້ພິພາກສາສານລັດຖະບານກາງອາເມລິກາມີຄຳພິພາກສາໃຫ້ມາດຕະການບັງຄັບໃສ່ຜ້າປິດປາກໃນເຮືອບິນ ແລະ ລະບົບຂົນສົ່ງສາທາລະນະອື່ນໆ ເປັນມາດຕະການທີ່ບໍ່ຖືກດ້ວຍກົດໝາຍ ເຮັດໃຫ້ຂໍ້ບັງຄັບດັ່ງກ່າວບໍ່ມີຜົນບັງຄັບໃຊ້ອີກຕໍ່ໄປ. ຂະນະທີ່ລັດຖະບານຂອງປະທານາທິບໍດີ ໂຈ ໄບເດນ ກຳລັງຕັດສິນໃຈວ່າຈະຂໍຢຸດຄຳສັ່ງ ຫລື ຂໍອຸທອນຄຳຕັດສິນ ຫລື ບໍ່.

ຜູ້ພິພາກສາ ແຄທຣິນ ຄິມບອລ ໄມເຊລ ແຫ່ງສານໃນລັດຟໍຣິດາ ລະບຸໃນຄຳພິພາກສາວ່າ: ຂໍ້ບັງຄັບດັ່ງກ່າວບໍ່ຖືກດ້ວຍກົດໝາຍ ເນື່ອງຈາກເປັນການໃຊ້ອຳນາດເກີນຂອບເຂດຂອງສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດ (CDC) ບໍ່ໄດ້ຜ່ານຂັ້ນຕອນການແຈ້ງໃຫ້ສາທາລະນະຮູ້ ແລະ ປຶກສາຄວາມເຫັນປະຊາຊົນ ລວມທັງບໍ່ໄດ້ມີການອະທິບາຍເຫດຜົນທີ່ພຽງພໍ.

ທັງນີ້, ຜູ້ພິພາກສາ ໄມເຊລ ເປັນໜຶ່ງໃນຜູ້ພິພາກສາສານລັດຖະບານອາເມລິກາ (Federal Judge) ທີ່ຖືກແຕ່ງຕັ້ງໂດຍອະດີດປະທານາທິບໍດີ ໂດນັລ ທຣຳ.

ຫລັງຈາກມີຄຳພິພາກສາອອກມາ, ທາງຕົວແທນຂອງລັດຖະບານອາເມລິກາອອກມາກ່າວວ່າ: ທາງໜ່ວຍງານກຳລັງພິຈາລະນາຄຳຕັດສິນ ແລະ ປະເມີນແນວທາງໃນຂັ້ນຕອນຕໍ່ໄປ ເຊິ່ງໃນລະຫວ່າງນີ້ ຄຳສັ່ງບັງຄັບໃສ່ຜ້າປິດປາກໃນລະບົບຂົນສົ່ງສາທາລະນະຖືວ່າບໍ່ມີຜົນບັງຄັບໃຊ້. ເຖິງຢ່າງໃດກໍຕາມ, ທາງ CDC ຍັງແນະນຳໃຫ້ທຸກຄົນໃສ່ຜ້າປິດປາກໃນລະບົບຂົນສົ່ງສາທາລະນະແບບປິດຕໍ່ໄປ.

ລາຍງານທີ່ອອກມາເຮັດໃຫ້ສາຍການບິນຫລາຍແຫ່ງອອກປະກາດຍົກເລີກການບັງຄັບໃສ່ຜ້າປິດປາກທັນທີ, ຂະນະທີ່ຍັງບໍ່ມີຄວາມແນ່ນອນວ່າທາງກະຊວງຍຸຕິທຳຈະຢຸດຄຳສັ່ງສຸກເສີນໃນການປະຕິບັດຕາມຄຳສັ່ງສານ ຫລື ບໍ່.

ຂະນະທີ່ທ່ານ ເຈນ ຊາກີ ໂຄສົກທຳນຽບຂາວ ກ່າວໃນການຖະແຫລງຂ່າວວ່າ: ຮູ້ສຶກຜິດຫວັງຕໍ່ຄຳຕັດສິນ ແລະ ທາງກະຊວງຍຸຕິທຳຈະມີການຕັດສິນໃຈເຖິງການຕອບສະໜອງທາງກົດໝາຍຕໍ່ໄປ.

ອ້າງອີງ:

https://edition.cnn.com/…/cdc-mask-mandate…/index.html

https://www.ft.com/…/2f18e7af-6d60-41f3-9218-532c217ffebc