ອາເມລິກາ ປະກາດໄພພິບັດຈາກໄຟໄໝ້ປ່າ ເສຍຊີວິດແລ້ວຢ່າງໜ້ອຍ 5 ຄົນ ແລະ ເລັ່ງອົບພະຍົບປະຊາຊົນຫລາຍກວ່າ 100,000 ຄົນ

ຖືວ່າເປັນເຫດການທີ່ສ້າງຄວາມເສຍຫາຍອັນໃຫຍ່ຫລວງໃຫ້ແກ່ລັດຄາລິຟໍເນຍ ຂອງສະຫະລັດອາເມລິກາ ຂະນະທີ່ໄຟປ່າຍັງສືບຕໍ່ແຜ່ລາມອອກໄປຢ່າງບໍ່ຢຸດຢັ້ງ, ໄດ້ທຳລາຍເນື້ອທີ່ແລ້ວ 126 ເຮັກຕາ, ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ເຮັດໃຫ້ປະຊາຊົນຫລາຍກວ່າ 100,000 ຄົນຕ້ອງຍົກຍ້າຍອອກ.

ໄຟປ່າປາລິຊາດ ແມ່ນໄຟປ່າທຳອິດທີ່ເກີດຂຶ້ນໃນວັນອັງຄານ 7 ມັງກອນ 2025 ເປັນຕົ້ມມາ ເຊິ່ງຍັງສືບຕໍ່ແຜ່ຂະຫຍາຍ ແລະ ເພີ່ມຂຶ້ນເລື້ອຍໆ ຈາກກະແສລົມພັດແຮງ ເຮັດໃຫ້ເພີ່ມຂຶ້ນເປັນ 6 ຈຸດ, ຖືໄດ້ວ່າເປັນໄຟປ່າທີ່ສ້າງຄວາມເສຍຫາຍ ຫລາຍທີ່ສຸດໃນປະຫວັດສາດ ຂອງລອສແອງເຈີລິສ.

ຫລ້າສຸດ ໄຟປ່າໄດ້ແຜ່ລາມເຂົ້າໄປສູ່ເຂດ ຮໍລີວູດ (Hollywood Hills) ເຂດທີ່ສຳຄັນໃນລອສແອງເຈີລິສ (Los Angeles) ໃນວັນພຸດທີ່ຜ່ານມາ ທີມນັກດັບເພີງໄດ້ພະຍາຍາມຄວບຄຸມໄຟ ແຕ່ມີຄວາມຫຍຸ້ງຍາກຍ້ອນທິດທາງຂອງລົມ ແລະ ຂາດແຄນນໍ້າ.

ທາງດ້ານ ປະທານາທິບໍດີ Joe Biden ໄດ້ອະນຸມັດການປະກາດໄພພິບັດຄັ້ງໃຫຍ່, ໃນຂະນະທີ່ເຈົ້າຄອງນະຄອນ Gavin Newsom ໄດ້ປະກາດພາວະສຸກເສີນຍ້ອນວ່າໄຟໄໝ້ປ່າຍັງສືບຕໍ່ແຜ່ລາມເປັນບໍລິເວນກວ້າງ.