ອິນເດຍໃສ່ຊື່ “ບາຣັດ” ໃນບັດເຊີນກອງປະຊຸມ G20 ຈົນເກີດກະແສຄາດຄະເນວ່າອາດປ່ຽນຊື່ປະເທດ

ລັດຖະບານອິນເດຍພາຍໃຕ້ການນໍາຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ໃສ່ຊື່ “ບາຣັດ” (Bharat) ເປັນຊື່ປະເທດ ແທນຄໍາວ່າ “ອິນເດຍ” ໃນບັດເຊີນຮ່ວມຮັບປະທານອາຫານຄໍ່າພາຍໃນກອງປະຊຸມສຸດຍອດຜູ້ນໍາ G20 ທີ່ຈັດຂຶ້ນຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ ຈົນເຮັດໃຫ້ເກີດກະແສຂ່າວວ່າ: ອິນເດຍອາດກຽມປ່ຽນຊື່ປະເທດຢ່າງເປັນທາງການໃນມໍ່ໆນີ້.

ປະເທດທີ່ມີຈໍານວນປະຊາກອນຫລາຍທີ່ສຸດໃນໂລກ 1,4 ພັນລ້ານກວ່າຄົນແຫ່ງນີ້ ຮູ້ຈັກກັນໃນຊື່ອິນເດຍ ແລະ ບາຣັດ ເຊິ່ງຊື່ອິນເດຍມັກໄດ້ຮັບຄວາມນິຍົມຫລາຍກວ່າທັງພາຍໃນ ແລະ ຕ່າງປະເທດ. ຂະນະທີ່ “ຮິນດູສະຖານ” ອີກໜຶ່ງຄໍາທີ່ອາດມີຄວາມໝາຍເຖິງປະເທດແຫ່ງນີ້ ແລະ ມັກປາກົດໃນງານວັນນະກຳ.

ໂດຍຄໍາວ່າ “ບາຣັດ” ເປັນຄໍາສັນສະກິດບູຮານທີ່ນັກປະຕິວັດຫລາຍຄົນເຊື່ອວ່າ ມີມາແຕ່ໃນຕໍາລາອິນດູບູຮານຍຸກທໍາອິດ ແລະ ເປັນ 1 ໃນ 2 ຊື່ຢ່າງເປັນທາງການຂອງປະເທດແຫ່ງນີ້ຕາມຫລັກລັດຖະທໍາມະນູນ.

ເຈົ້າໜ້າທີ່ທີ່ມີແນວຄິດອ່ຽງຂວາ ແລະ ສະໜັບສະໜູນປະເທດນິຍົມໃນພັກ BJP ເຊິ່ງເປັນພັກລັດຖະບານໃນປັດຈຸບັນ ລະບຸວ່າ: ພວກເຂົາສະໜັບສະໜູນການປ່ຽນຊື່ປະເທດໃໝ່ ເນື່ອງຈາກເບິ່ງວ່າອິນເດຍເປັນຊື່ທີ່ຖືກນຳໃຊ້ໂດຍອານານິຄົມອັງກິດ ແລະ ເປັນສັນຍາລັກຂອງການເປັນທາດ ເຊິ່ງອັງກິດເຄີຍປົກຄອງອິນເດຍປະມານ 200 ປີ ກ່ອນອິນເດຍຈະໄດ້ຮັບເອກະລາດໃນປີ 1947.

ກ່ອນໜ້ານີ້ລັດຖະບານອິນເດຍພະຍາຍາມຈະປ່ຽນຊື່ຖະໜົນ ລວມທັງກົດໝາຍຕ່າງໆ ທີ່ສະທ້ອນເຖິງປະຫວັດສາດໃນໄລຍະທີ່ຖືກປົກຄອງດ້ວຍລາດຊະວົງໂມກຸນ ແລະ ໄລຍະທີ່ຕົກເປັນອານານິຄົມອັງກິດ. ພ້ອມທັງພະຍາຍາມກອບກູ້ຄວາມຍິ່ງໃຫຍ່ຂອງສາສະໜາອິນດູ ເຊິ່ງເປັນສາສະໜາທີ່ຄົນສ່ວນຫລາຍພາຍໃນປະເທດນັບຖື ໃຫ້ກັບມາຮຸ່ງເຮືອງໃນອິນເດຍອີກ.

ອ້າງອີງ: