ຮອງນາຍົກລັດຖະມົນຕີ ເນັ້ນໜັກການນຳແຂວງໃຫ້ເອົາໃຈໃສ່ 7 ວຽກງານສຳຄັນ

ວັນທີ 22 ສິງຫາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ພົບປະໂອ້ລົມ ຊີ້ນຳວຽກງານ ຕໍ່ການນຳຫຼັກແຫຼ່ງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 8 ເດືອນທີ່ຜ່ານມາວ່າ: ໄດ້ເອົາໃຈໃສ່ນໍາພາປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ຈຸດທີ່ຫຼໍ່ແຫຼມ; ການພັດທະນາເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ, ຄາດຄະເນໝົດປີ 2025 ຈະຂະຫຍາຍຕົວໃນລະດັບ 6%; ໄດ້ສຸມໃສ່ການຜະລິດກະສິກໍາ, ປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ ເປັນຕົ້ນ ການປູກເຂົ້າ ແລະ ລ້ຽງສັດໃຫຍ່ ຢ່າງເປັນຂະບວນກວ້າງຂວາງ; ດ້ານພະລັງງານໄຟຟ້າ ສາມາດຜະລິດ ແລະ ຈໍາໜ່າຍ ໄດ້ 73 ລ້ານກວ່າກິໂລວັດໂມງ, ເທົ່າກັບ 52% ຂອງແຜນປີ; ດ້ານແຮ່ທາດ ທີ່ເຄື່ອນໄຫວຢູ່ແຂວງຊຽງຂວາງ ມີທັງໝົດ 93 ບໍລິສັດ, ໃນນັ້ນ ສຶກສາສຳຫຼວດ 27 ບໍລິສັດ, ຂຸດຄົ້ນ ແລະ ປຸງແຕ່ງ 66 ບໍລິສັດ; ວຽກງານວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ຍົກລະດັບຄຸນນະພາບການຮຽນ-ການສອນ, ການບໍລິການ ດ້ານສາທາລະນະສຸກ ໃຫ້ດີຂຶ້ນເປັນກ້າວໆ; ທົ່ວແຂວງຍັງມີບ້ານທຸກຍາກ ກວມ 38%, ມີບ້ານພັດທະນາ ກວມ 22%, ພິເສດ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາບ້ານຄັງວຽງ, ເມືອງໝອກ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນເດືອນມິຖຸນາ ທີ່ຜ່ານມາ; ການພົວພັນ-ຮ່ວມມືກັບຕ່າງປະເທດ ໄດ້ເອົາໃຈໃສ່ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມກັບ ແຂວງ ແລະ ນະຄອນ ຈຳນວນໜຶ່ງ ຂອງ ສສ ຫວຽດນາມ ແລະ ສປ ຈີນ ໂດຍໄດ້ຜັດປ່ຽນກັນໄປຢ້ຽມຢາມ ພົບປະແລກປ່ຽນບົດຮຽນ ແລະ ທັດສະນະສຶກສາ ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ແຂວງສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ, ພາກພື້ນ ແລະ ພາຍໃນປະເທດ ໂດຍສະເພາະ ທ່າອ່ຽງ, ຄວາມສ່ຽງ ແລະ ບັນດາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງປະເທດເຮົາ. ອັນສຳຄັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ການນຳແຂວງ ໃຫ້ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນ:
1. ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ພາຍໃນແຂວງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ;
2. ສືບຕໍ່ເພີ່ມທະວີສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ດ້ວຍຫຼາຍຮູບການ, ສອດຫ້ອຍຢູ່ນໍາທຸກຂົງເຂດວຽກງານ ແລະ ຕ້ອງເຮັດຢ່າງເປັນປະຈຳ;
3. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມ 5 ຈຸດສຸມ ໃຫ້ໄດ້ຮັບຜົນສຳເລັດຕາມແຜນທີ່ກຳນົດໄວ້;
4. ເອົາໃຈໃສ່ການຈັດເກັບລາຍຮັບ, ອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ສືບຕໍ່ສ້ອມແປງເສັ້ນທາງ ໃຫ້ສາມາດທຽວໄປມາໄດ້ສະດວກ;
5. ສຸມໃສ່ເລັ່ງແກ້ໄຂປະກົດການຫຍໍ້ທໍ້ດ້ານແຮ່ທາດ ຕາມນິຕິກໍາຕ່າງໆ ທີ່ພັກ-ລັດຖະບານວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ, ທັງເພີ່ມທະວີການຄຸ້ມຄອງທີ່ມີປະສິດທິຜົນສູງ ໂດຍສະເພາະ ການປະຕິບັດດ້ານພັນທະ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຜົນກະທົບດ້ານຕ່າງໆ ໃຫ້ດີ;
6. ສືບຕໍ່ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ;
7. ສະເໜີ ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ດີ ແລະ ມີຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ຕອນທ້າຍ, ໄດ້ມີບໍລິສັດຈຳນວນໜຶ່ງມອບທຶນຊ່ວຍເຫຼືອ ຈໍານວນ 2,420,000,000 ກີບ ໃຫ້ແກ່ອົງການປົກຄອງແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ຟື້ນຟູຜົນກະທົບ ຈາກໄພພິບັດທຳມະຊາດ ທີ່ເກີດຂຶ້ນໃນປີ 2025.
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

