ສະພາແຫ່ງຊາດ ຕິດຕາມກວດກາການຂົນສົ່ງແຮ່ທາດ ແລະ ການບູລະນະສ້ອມແປງເສັ້ນທາງ ຢູ່ 3 ແຂວງພາກໃຕ້

ວັນທີ 18-22 ທັນວາ 2024, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື, ເຊກອງ ແລະ ສາລະວັນ ເພື່ອຕິດຕາມ ກວດກາ ແລະ ເກັບກໍາຂໍ້ມູນກ່ຽວກັບການຂົນສົ່ງແຮ່ທາດ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງເປ່ເພ, ການມີສ່ວນຮ່ວມເຂົ້າໃນການບູລະນະ ສ້ອມແປງເສັ້ນທາງ ແລະ ການປະຕິບັດນິຕິກໍາ ຕິດພັນກັບການປະຕິ ບັດບັນດາໂຄງການ ເຊົ່າ-ສໍາປະທານ ທີ່ດິນຂອງລັດ ແລະ ການອອກໃບຕາດິນ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍຊຸກຍູ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງຊອກວິທີແກ້ໄຂແນໃສ່ໃຫ້ພາກສ່ວນ ກ່ຽວຂ້ອງປະຕິບັດຖືກຕ້ອງຕາມກົດໝາຍ, ແຜນພັດທະນາເສດ ຖະກິດ-ສັງຄົມແຕ່ລະໄລຍະ ໂດຍໄດ້ປະຊຸມຮ່ວມກັບທ່ານເຈົ້າແຂວງ, ປະທານ ແລະ ຮອງປະທານສະພາປະຊາຊົນແຂວງ, ບັນດາພະແນກ ການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ເຈາະຈີ້ມໃຫ້ພາກສ່ວນທີ່ກ່ຽວຂ້ອງລາຍງານເປັນຕົ້ນ: ການຈັດຕັ້ງປະຕິບັດບັນດາໂຄງການເຊົ່າ-ສໍາປະທານທີ່ດິນ ແລະ ການຂຶ້ນທະບຽນອອກໃບຕາດິນໃນທ້ອງຖິ່ນ ໄລຍະຜ່ານມາ; ການອະນຸມັດໂຄງການກໍ່ສ້າງ, ບູລະນະສ້ອມແປງເສັ້ນທາງ ປີ 2024, ການນໍາໃຊ້ງົບປະມານເຂົ້າໃນໂຄງການ; ການຄຸ້ມຄອງນໍ້າໜັກລົດຂົນສົ່ງສິນຄ້າ, ຂົນສົ່ງແຮ່ທາດ ຢູ່ພາຍໃນແຂວງ; ກົນໄກການຄຸ້ມຄອງ, ຕິດຕາມກວດກາ, ການປະຕິບັດມາດຕະການຕໍ່ຜູ້ລະເມີດ; ການຕິດ ຕາມກວດກາ ແລະ ເກັບກໍາສະພາບເສັ້ນທາງທີ່ເປ່ເພ ເສຍຫາຍ ຈາກການຂົນສົ່ງແຮ່ທາດ, ເຄື່ອງອຸປະກອນ, ເຄື່ອງຈັກ ທີ່ນໍາມາຮັບໃຊ້ບັນດາໂຄງການລົງທຶນຂະໜາດໃຫຍ່; ການມີສ່ວນຮ່ວມ ແລະ ປະກອບພັນທະເຂົ້າໃນການກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງທີ່ເປ່ເພຈາກການນໍາໃຊ້ຂອງບັນດາໂຄງການລົງທຶນຂະໜາດໃຫຍ່, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ບໍລິສັດຂົນສົ່ງແຮ່ທາດ; ການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານການກໍ່ສ້າງ, ບູລະ ນະສ້ອມແປງເສັ້ນທາງ ແລະ ວຽກງານຂົນສົ່ງ ເປັນຕົ້ນກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ.

ນອກນັ້ນ ຍັງໄດ້ລົງຕິດຕາມບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນ: ໂຄງການພະລັງງານລົມ (ມອນຊູນ ວິນ ພາວເວີ), ໂຄງການຂຸດຄົ້ນແຮ່ບົກຊິດ ຂອງບໍລິສັດ ລາວບໍລິການ, ບໍລິສັດ ເບີນດາວ ກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານຈໍາກັດ ແລະ ລົງຕິດຕາມເສັ້ນທາງຂົນສົ່ງແຮ່ທາດ, ເຄື່ອງອຸປະກອນ, ເຄື່ອງຈັກ ທີ່ນໍາມາຮັບໃຊ້ບັນດາໂຄງການລົງທຶນ ຄື: ເສັ້ນທາງຫຼວງແຫ່ງຊາດ ເລກທີ 16b ອອກໄປຫາດ່ານສາກົນດາກຕະອອກ ແຂວງເຊກອງ, ເສັ້ນທາງຫຼວງແຫ່ງຊາດ ເລກທີ 15 ອອກໄປຫາດ່ານສາກົນລາໄລ ແຂວງສາລະວັນ, ເສັ້ນທາງຫຼວງແຫ່ງຊາດ ເລກທີ 18b ອອກໄປຫາດ່ານສາກົນພູເກືອ ແຂວງອັດຕະປືຕື່ມອີກ.

ທີ່ມາ: ຜູ້ແທນປະຊາຊົນ