ປກສ ເມືອງສຳພັນ ແຂວງຜົ້ງສາລີ ມອບລົດຈັກ 2 ຄັນທີ່ຖືກໂຈນລັກຄືນໃຫ້ເຈົ້າຂອງເດີມ

ວັນທີ 17 ກໍລະກົດ 2025 ຜ່ານມານີ້ ທ່ານ ພັທ ສົມພອນ ແສງສະຫວ່າງ ຮອງກອງບັນ ຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ມອບລົດ 2 ຄັນທີ່ຖືກຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ຄັນທີ 1 ຈັກເວັບ 110 ສີດໍາ 1 ຄັນ ຂອງທ້າວ ສົມຈິດ ພອນມະນີ ອາຍຸ 50 ປີ ອາຊີບພະນັກງານ ຢູ່ບ້ານພູໄຊແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນນາງ ສີເພັງ ອາຍຸ 22 ປີ ອາຊີບພະນັກງານ ຢູ່ບ້ານນາໄຊເມືອງສຳພັນ.
ເຫດເກີດວັນທີ 12 ກໍລະກົດ 2025 ຜ່ານ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ, ຊື່ທ້າວ ເມົາວັນອານ ອາຍຸ 34 ປີ ແລະ ທ້າວ ດຽວວັນຕວຽນ ອາຍຸ 36 ປີ ສັນຊາດ ແລະ ເຊື້ອຊາດຫວຽດນາມ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ໍ່ເຫດມາດຳເນີນການສືບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

