ແຂວງວຽງຈັນ ອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ວັນທີ 20 ທັນວາ 2024 ນີ້ ແຂວງວຽງຈັນ ໄດ້ຈັດພິທີອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍ ຕົວນັກໂທດ ປະຈໍາປີ 2024 ຈໍານວນ 163 ຄົນ ໂດຍການເຂົ້າຮ່ວມຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ, ທັງເປັນປະທານຄະນະກໍາມະການອະໄພຍະໂທດແຂວງວຽງຈັນ.
ທ່ານ ບຸນຄໍ້າ ທໍາມະວົງ ຫົວໜ້າອົງການໄອຍະການປະຊາ ຊົນ ແຂວງວຽງຈັນລາຍງານວ່າ: ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ ສະເພາະ ແຂວງວຽງຈັນໄດ້ອະໄພຍະໂທດຫລຸດຜ່ອນໂທດ ມີ 121 ຄົນ, ຍິງ 6 ຄົນ, ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດປ່ອຍຕົວ 42 ຄົນ, ຍິງ 1 ຄົນ.
ທີ່ມາ: ໂທລະພາບແຂວງວຽງຈັນ
