ໂຄງການເອັຟດີເອັມມີຄວາມຄືບໜ້າ 64% ຄາດວ່າຈະສໍາເລັດຕາມແຜນການ
ໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງໄພນ້ຳຖ້ວມ-ໄພແຫ້ງແລ້ງ (FDM) ໄດ້ມີຄວາມຄືບໜ້າ 64% ແລະ ຄາດວ່າຈະສໍາເລັດຕາມແຜນການ ພາຍໃນປີ 2019, ເມື່ອຜູ້ອໍານວຍການຝ່າຍບໍລິຫານຂອງທະນາຄານພັດທະນາອາຊີ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການເຄື່ອນໄຫວຂອງໂຄງການດັ່ງກ່າວ ຢູ່ເມືອງຫາດຊາຍຟອງນະຄອນຫລວງວຽງຈັນເມື່ອມໍ່ໆມານີ້, ຊຶ່ງເປັນໂຄງການທີ່ສໍາຄັນທີ່ກໍາລັງຈັດຕັ້ງປະຕິບັດໂດຍ 4 ພາກສ່ວນ ຄື: ການພັດທະນາສູນກາງເຕືອນໄພແຫ່ງຊາດ, ການປັບປຸງພື້ນຖານໂຄງລ່າງການຄຸ້ມຄອງນ້ຳ, ການຄຸ້ມຄອງໄພພິບັດໃນຊຸມຊົນ ແລະ ການຄຸ້ມຄອງໂຄງການ.
ຜູ້ປະສານງານໂຄງການດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນໄດ້ສໍາເລັດການກໍ່ສ້າງ ແລະ ປັບປຸງສະຖານີອຸຕຸນິຍົມ ແລະ ອຸທົກກະສາດຢູ່ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ. ສໍາລັບພາກທີ 2 ຂອງໂຄງການດັ່ງກ່າວ ໄດ້ສໍາເລັດການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນຢູ່ເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ ເພື່ອຍົກຍ້າຍອອກຈາກການພັດທະນາໂຄງການຊົນລະ
ປະທານ ແລະ ກັນຕາຝັ່ງເຈື່ອນໃນເຂດດັ່ງກ່າວໃຫ້ແລ້ວ.
ທ່ານຜູ້ອໍານວຍການທະນາຄານພັດທະນາອາຊີ ປະຈຳລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະນໍາ ແລະ ຜູ້ດໍາເນີນໂຄງການທີ່ໄດ້ສູ້ຊົນບຸກບືນເຮັດໃຫ້ໂຄງການດັ່ງກ່າວມີຄວາມຄືບໜ້າເປັນຢ່າງດີ. ອີງຕາມຂໍ້ມູນຂອງຫ້ອງການປະ ສານງານໂຄງການລະດັບຊາດ (FDM) ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີລວມມີ 36 ລ້ານໂດລາສະຫະລັດ, ໃນນັ້ນບ້ວງເງິນກູ້ 24 ລ້ານໂດລາສະຫະລັດ ແລະ ຊ່ວຍເຫລືອລ້າ 12 ລ້ານໂດລາສະຫະລັດ.

