ອີຣານຢຸດບັງຄັບໃຊ້ກົດໝາຍຮິຢາບສະບັບໃໝ່ ຢ້ານເຮັດໃຫ້ປະຊາຊົນລຸກຂຶ້ນຕໍ່ຕ້ານ

ສະພາຄວາມໝັ້ນຄົງແຫ່ງຊາດອີຣານຢຸດບັງຄັບໃຊ້ກົດໝາຍຮິຢາບ ແລະ ພົມມະຈັນ ເຊິ່ງຫົວທີ່ຈະມີຜົນບັງຄັບໃຊ້ໃນວັນທີ 20 ທັນວານີ້.
ປະທານາທິບໍດີ ມາຊູດ ເປເຊຄຽນ ຜູ້ນໍາອີຣານ ເອີ້ນກົດໝາຍສະບັບດັ່ງກ່າວວ່າ: ຄຸມເຄືອ ແລະ ຕ້ອງແກ້ໄຂ. ພ້ອມສະແດງເຈດຕະນາໃນການພິຈາລະນາມາດຕະການໃໝ່ ເນື່ອງຈາກການເພີ່ມໂທດທີ່ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຖ້າເປີດເຜີຍຜົມ, ແຂນສ່ວນເທິງ ແລະ ຂາສ່ວນລຸ່ມ ໄດ້ຮັບຄໍາວິພາກວິຈານຢ່າງໜັກຈາກນັກສິດທິມະນຸດ.
ພາຍໃຕ້ກົດໝາຍສະບັບໃໝ່ ຜູ້ທີ່ຝ່າຝືນເລື້ອຍໆ ແລະ ຜູ້ທີ່ຮຽນແບບກົດດັ່ງກ່າວ ຈະຖືກປັບໄໝ ແລະ ຕິດຄຸກສູງສຸດ 15 ປີ. ຂະນະທີ່ທຸລະກິດຕ່າງໆຕ້ອງລາຍງານຜູ້ທີ່ລະເມີດກົດດັ່ງກ່າວ.
ລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີໃນເດືອນກໍລະກົດຜ່ານມາ, ທ່ານ ເປເຊຄຽນ ວິພາກວິຈານການປະຕິບັດຕໍ່ແມ່ຍິງຢູ່ອີຣານກ່ຽວກັບບັນຫາຮິຢາບຢ່າງເປີດເຜີຍ ໂດຍທ່ານໃຫ້ສັນຍາວ່າຈະບໍ່ຫຍຸ້ງກ່ຽວຊີວິດສ່ວນຕົວຂອງພວກນາງ ເຊິ່ງຖືເປັນຈຸດຢືນທີ່ກິນໃຈຊາວອີຣານ ໂດຍສະເພາະຄົນລຸ້ນໃໝ່ ເຊິ່ງບໍ່ພໍໃຈການຄວບຄຸມທີ່ເຂັ້ມງວດຂອງລັດຖະບານ.
ໃນອາທິດຜ່ານມາ, ນັກເຄື່ອນໄຫວດ້ານສິດທິມະນຸດ, ນັກຂຽນ ແລະ ນັກຂ່າວຊາວອີຣານ 300 ກວ່າຄົນ ລວມຕົວກັນປະນາມກົດໝາຍຮິຢາບວ່າ: ບໍ່ເປັນໄປຕາມກົດໝາຍ ແລະ ບັງຄັບໃຊ້ບໍ່ໄດ້. ພ້ອມຮຽກຮ້ອງໃຫ້ທ່ານ ເປເຊຄຽນ ຮັກສາຄໍາໝັ້ນທີ່ໃຫ້ໄວ້ຕອນຫາສຽງ.
ທັງນີ້, ການຕັດສິນໃຈຢຸດບັງຄັບໃຊ້ກົດໝາຍດັ່ງກ່າວອາດສະແດງໃຫ້ເຫັນວ່າ: ລັດຖະບານຢ້ານວ່າເລື່ອງນີ້ຈະເປັນສາເຫດເຮັດໃຫ້ເກີດການປະທ້ວງຄັ້ງໃຫຍ່ຄືກໍລະນີເມື່ອ 2 ປີກ່ອນ ຈາກນາງ ມາຊາ ອາມິນີ ເສຍຊີວິດລະຫວ່າງຢູ່ໃນການຄວບຄຸມຂອງຕໍາຫລວດສິນລະທໍາ ທີ່ຈັບກຸມນາງເພາະບໍ່ໃສ່ຮິຢາບ.

