ສູດບຳລຸງຜິວໜ້າຕາມລັກສະນະຂອງຜິວ

  1. ຜິວໜ້າຫຍາບກະດ້າງ : ໃຫ້ລອງໃຊ້ໝາກຫຸ່ງສຸກ ເອົາມາບົດໃຫ້ໄດ້ 1 ບ່ວງແກງ ປະສົມ ກັບນຳ້ເຜິ້ງ ແລະ ນົມສົດ ຢ່າງລະເຄິ່ງບ່ວງແກງ ແລ້ວເອົາມາພອກໜ້າປະໄວ້ປະມານ 20 ນາທີ ຈຶ່ງລ້າງອອກ, ອາທິດໜຶ່ງຄວນພອກໜ້າດ້ວຍສູດນີ້ປະມານ 4 ຫລື 5 ເທື່ອ ຜິວໜ້າຂອງທ່ານຈະອ່ອນນຸ້ມຊຸ່ມຊື່ນ ແລະ ຂາວຂຶ້ນ.
  2. ຜິວແຫ້ງ : ລອງເອົາໝາກແຕງຂີ້ໄກ່, ນຳ້ເຜິ້ງ ແລະ ນຳ້ໝາກນາວ ມາບົດປະສົມກັນ (ປະລິມານຂຶ້ນກັບຄວາມຕ້ອງການຂອງທ່ານ) ເອົາມາພອກໜ້າປະໄວ້ປະມານ 15 ນາທີ ຈຶ່ງລ້າງອອກ ຮັບຮອງວ່າຜິວໜ້າຂອງທ່ານຈະຊຸ່ມຊື່ນ ແລະ ບໍ່ແຫ້ງລອກອີກເລີຍ.
  3. ຜິວເປັນສິວ : ແນະນຳໃຫ້ໃຊ້ຂີ້ໝິ້ນແບບສຳເລັດຮູບ (ແບບຝຸ່ນ) ປະມານ 1 ບ່ວງກາເຟ ປະສົມກັບນຳ້ເຜິ້ງ ແລະ ໂຢເກິດ 1 ບ່ວງແກງ ຈາກນັ້ນເອົາມາທາພອກໃຫ້ທົ່ວໃບໜ້າປະໄວ້ປະມານເຄິ່ງຊົ່ວໂມງ ແລ້ວລ້າງອອກດ້ວຍນຳ້ອຸ່ນ ສູດນີ້ສາມາດຊ່ວຍທ່ານແກ້ບັນຫາເລື່ອງສິວໄດ້ດີຫລາຍ.
  4. ຜິວໜ້າເປັນຝ້າ ແລະ ມີຈຸດດ່າງດຳ : ໃຫ້ລອງໃຊ້ຫົວຜັກກາດຂາວ ລ້າງໃຫ້ສະອາດ ເອົາມາບົດປະສົມນຳ້ເຜິ້ງປະມານ 1 ບ່ວງແກງ ແລ້ວເອົາມາທາພອກໜ້າປະໄວ້ປະມານ 20 ນາທີ ຈຶ່ງລ້າງອອກດ້ວຍນຳ້ເຢັນ ທ່ານຈະຮູ້ສຶກວ່າໜ້າຄ່ອຍໆກ້ຽງ ແລະ ໃສຂຶ້ນ ຕ້ອງເຮັດຢ່າງຕໍ່ເນື່ອງຢ່າງໜ້ອຍອາທິດລະ 5 ເທື່ອ.

5. ຜິວໜ້າມີຮູຂຸມຂົນກ້ວາງ : ແກ້ໄຂດ້ວຍວິທີເອົາໝາກເລັ່ນມາບົດປະສົມໃສ່ໂຢເກິດ ແລະ ນຳ້ເຜິ້ງຢ່າງລະ 1 ບ່ວງແກງ ແລ້ວເອົາມາທາພອກໜ້າປະໄວ 20 ນາທີ ຫລັງຈາກນັ້ນຈຶ່ງລ້າງອອກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ