4 ຂັ້ນຕອນພອກໜ້າຂາວໃສດ້ວຍນົມສົ້ມ

ບັນຫາໃບໜ້າໝອງຄຳ້, ຈືດໂຊມ, ເບິ່ງເຖົ້າກ່ວາອາຍຸ ອາດກຳລັງສ້າງຄວາມໜັກໃຈໃຫ້ກັບຫລາຍຄົນໃນຂະນະນີ້ ແລະ ມື້ນີ້ ພວກເຮົາກໍມີສູດພອກໜ້າໃຫ້ຂາວສົດໃສດ້ວຍນົມສົ້ມທີ່ທ່ານສາມາດເຮັດເອງໄດ້ງ່າຍໆມາແນະນຳ.

– ສິ່ງທີ່ຕ້ອງກະກຽມ :

  1. ນົມສົ້ມແຊ່ເຢັນ.
  2. ສຳລີແຜ່ນ.
  3. ຖ້ວຍນ້ອຍ.

– ວິທີເຮັດ :

  1. ເທນົມສົ້ມທີ່ແຊ່ເຢັນແລ້ວລົງໃນຖ້ວຍນ້ອຍທີ່ກຽມໄວ້.
  2. ເອົາສຳລີຈຸ່ມລົງໄປປະໃຫ້ນົມສົ້ມຊຶມເຂົ້າສຳລີຈົນເຕັມແຜ່ນ.
  3. ຈາກນັ້ນເອົາສຳລີແຜ່ນທີ່ໄດ້ມາແປະໃຫ້ທົ່ວໃບໜ້າ ປະໄວ້ປະມານ 30 ນາທີ.
  4. ເມື່ອຮອດກຳນົດເວລາແລ້ວກໍເອົາສຳລີອອກຈາກໃບໜ້າ ແລ້ວໃຊ້ຜ້າເຊັດໜ້າຈຸ່ມນຳ້ເຢັນໆມາເຊັດໜ້າອີກເທື່ອໜຶ່ງ.

ພຽງເທົ່ານີ້ໃບໜ້າຂອງທ່ານກໍໍຈະກັບມາສົດໃສກ້ຽງງາມຂຶ້ນໄດ້ ສູດນີ້ສາມາດເຮັດໄດ້ທຸກໆມື້ໂດຍບໍ່ເຮັດໃຫ້ເກີດອາການແພ້ໃດໆ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ