ທະຫານແຂວງວຽງຈັນມອບເງິນ 12 ລ້ານກວ່າກີບຊ່ວຍເຫລືອຜູ້ປະສົບໄພພິບັດທຳມະຊາດ

ພິທີມອບ-ຮັບເງິນ ຊ່ວຍ ເຫລືອຜູ້ປະສົບໄພພິບັດ ທາງທຳມະຊາດ ຈຳນວນ 12.225.000 ກີບ, ໄດ້ມີຂຶ້ນໃນ ວັນທີ 13 ພະຈິກນີ້, ທີ່ນະຄອນ ຫລວງວຽງຈັນ ລະຫວ່າງທ່ານ ລີປາວ ຢາງຫົວໜ້າຫ້ອງການ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ທ່ານ ພັນເອກ ບຸນມາ ວົງດາ ລາແສນ ຫົວໜ້າ ກອງບັນຊາການທະ ຫານແຂວງວຽງຈັນ, ເພື່ອເປັນ ການປະກອບສ່ວນຊ່ວຍເຫລືອ ແກ່ຜູ້ປະສົບໄພພິບັດທາງທຳ ມະຊາດ ຢູ່ບັນດາແຂວງຕ່າງໆ ໃນທົ່ວປະເທດ ກໍຄືຟືນຟູຊີວິດ ການເປັນຢູ່ຂອງປະຊາຊົນທີ່ ຖືກ ກະທົບໃຫ້ກັບ ຄືນສູ່ປົກກະຕິ ໂດຍໄວ.

 

+ ທ່າແຕງມອບເຄື່ອງຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍຈາກອັກຄີໄພ

+ ຄັງເງິນບໍລິຄຳໄຊ ຊີ້ແຈງກ່ຽວກັບການມອບເງິນຄ່າວິຊາທີ່ຫລຸດອັດຕາແລກປ່ຽນທະນາຄານ

ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າຫ້ອງການກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມໄດ້ສະແດງຄວາມຂອບໃຈຕໍ່ ຄວາມມີນ້ຳໃຈຂອງກອງ ບັນຊາ ການທະຫານແຂວງວຽງຈັນທີ່ ໃຫ້ການຊ່ວຍເຫລືອໃນຄັ້ງນີ້.