12 ເປົ້າໝາຍ 44 ຄາດໝາຍ 85 ວຽກຈຸດສຸມ ແລະ 113 ໂຄງການ ເພື່ອພັດ ທະນາພະລັງງານ

ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5ປີ ຄັ້ງທີ IX ແຕ່ປີ 2021-2025, ໃນວັນທີ 4 ພະຈິກ 2021 ຜ່ານມາ, ທີ່ ກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາແຫ່ງຊາດຊຸດທີ IX ບາງຕອນ ທ່ານ ກ່າວວ່າ: ແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX (2021-2025) ຕີລາຄາຖອດຖອນບົດຮຽນ ສະພາບຄວາມຫຍຸ້ງຍາກ, ຈຸດດີ ແລະ ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີຜ່ານມາ (2016-2020), ກໍ່ຍັງເປັນການສືບຕໍ່ຜັນຂະຫຍາຍ 7 ຍຸດທະຍາດ ຂອງຂະແໜງການຮອດປີ 2025. ໂດຍໄດ້ກຳນົດ 12 ເປົ້າໝາຍ, 44 ຄາດໝາຍ, 85 ວຽກຈຸດສຸມ ແລະ 113 ໂຄງການ ຄື:
ເປົ້າໝາຍທີ 1: ພັດທະນາການສະໜອງພະລັງງານໄຟຟ້າໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ, ສົມຄູ່ກັບຄວາມຕ້ອງການນຳໃຊ້ພາຍໃນ ແລະ ການສົ່ງອອກ. ເຊິ່ງໄດ້ກໍານົດ 3 ຄາດໝາຍ ແລະ 4 ວຽກຈຸດສຸມ.
ເປົ້າໝາຍທີ 2: ພັດທະນາລະບົບສາຍສົ່ງໄຟຟ້າສຳລັບການສະໜອງໄຟຟ້າພາຍໃນ ແລະ ສົ່ງອອກ. ເຊິ່ງໄດ້ກຳນົດ 2 ຄາດໝາຍ ແລະ 3 ວຽກຈຸດສຸມ.
ເປົ້າໝາຍທີ 3: ການພັດທະນາລະບົບຈໍາໜ່າຍ ແລະ ການບໍລິການໄຟຟ້າ. ເຊິ່ງໄດ້ກຳນົດ 3 ຄາດ ໝາຍ ແລະ 6 ວຽກຈຸດສຸມ.
ເປົ້າໝາຍທີ 4: ຂະຫຍາຍການຊົມໃຊ້ໄຟຟ້າສູ່ຊົນນະບົດດ້ວຍຫຼາຍຮູບແບບ. ເຊິ່ງໄດ້ກໍານົດ 2 ຄາດໝາຍ ແລະ 6 ວຽກຈຸດສຸມ.
ເປົ້າໝາຍທີ 5: ສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ. ໂດຍໄດ້ກຳນົດ 3 ຄາດໝາຍ ແລະ 4 ວຽກຈຸດສຸມ.
ເປົ້າໝາຍທີ 6: ສົ່ງເສີມການປະຢັດ ແລະ ອານຸລັກພະລັງງານ. ເຊິ່ງໄດ້ກຳນົດ 2 ຄາດໝາຍ ແລະ 7 ວຽກຈຸດສຸມ.
ເປົ້າໝາຍທີ 7: ສໍາຫຼວດສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນຊັບພະຍາກອນແຮ່ທາດທົ່ວປະເທດ. ໂດຍໄດ້ກໍານົດ 6 ຄາດໝາຍ ແລະ 5 ວຽກຈຸດສຸມ.
ເປົ້າໝາຍທີ 8: ການກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ. ໂດຍໄດ້ກໍານົດ 7 ຄາດໝາຍ ແລະ 13 ວຽກຈຸດສຸມ.
ເປົ້າໝາຍທີ 9: ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການບັງຄັບໃຊ້ກົດໝາຍ. ເຊິ່ງໄດ້ກໍານົດ 6 ຄາດໝາຍ ແລະ 19 ວຽກຈຸດສຸມ.
ເປົ້າໝາຍທີ 10: ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ. ເຊິ່ງໄດ້ກໍານົດ 4 ຄາດໝາຍ ແລະ 5 ວຽກຈຸດສຸມ.
ເປົ້າໝາຍທີ 11: ສ້າງຄວາມເຂັ້ມແຂງໃຫ້ບັນດາລັດວິສາຫະກິດອ້ອມຂ້າງກະຊວງ. ໂດຍໄດ້ກໍານົດ 4 ຄາດໝາຍ ແລະ 9 ວຽກຈຸດສຸມ.
ເປົ້າໝາຍທີ 12: ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ (GG) ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ. ໂດຍໄດ້ກໍານົດ 2 ຄາດໝາຍ ແລະ 4 ວຽກຈຸດສຸມ.

